ອາຣັບບິ ຊາອຸດິ ສືບຕໍ່ຮັບບັນດາການຕຳໜິຕິຕຽນຈາກຫາງສຽງສາກົນພາຍຫຼັງການເສຍຊີວິດຂອງນັກຂ່າວຂອງປະເທດນີ້ທ່ານ Jamal Khashoggi.

ໃນປະຕິກິລິຍາຫຼ້າສຸດເມື່ອວັນທີ 24 ຕຸລາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ປະກາດຈະຖອນຄືນວີຊາຂອງບັນດາຜູ້ຖືກລະແວງສົງໄສທີ່ກ່ຽວຂ້ອງກັບຄະດີເຂັ່ນຂ້ານັກຂ່າວ Khashoggi, ຢັ້ງຢືນວ່າຈະບໍ່ປະໃຫ້ບັນດາເປົ້າໝາຍດັ່ງກ່າວໄປເຖິງປະເທດອັງກິດ. ກ່ອນໜ້ານັ້ນ, ອາເມລິກາ ກໍ່ປະກາດຈະຍົກເລີກວີຊາຂອງເຈົ້າໜ້າທີ່ອາຣັບບິ ຊາອຸດິ ປະມານ 20 ຄົນທີ່ກ່ຽວຂ້ອງເຖິງຄະດີດັ່ງກ່າວ. ໃນຂະນະນັ້ນ, ອົດສະຕາລີ ໄດ້ປະໂອກາດພິຈາລະນະຄຳສັ່ງເກືອດຫ້າມຂາຍອາວຸດໃຫ້ແກ່ ອາຣັບບິ ຊາອຸດິ, ພ້ອມທັງໃຫ້ຮູ້ວ່າປະເທດນີ້ບໍ່ໃຫ້ບຸລິມະສິດແກ່ຂໍ້ຕົກລົງດ້ານອຸດສາຫະກຳປ້ອງກັນຊາດ ອາຣັບບິ ຊາອຸດິ ອີກແລ້ວ.

leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump

ກໍ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ວັນທີ 24 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າເຈົ້າຊາຍ ອາຣັບບິ ຊາອຸດິ Mohammed bin Salman ຕ້ອງແມ່ນຜູ້ຮັບຜິດຊອບສຸດທ້າຍຍ້ອນວ່າທ່ານແມ່ນຜູ້ນຳຂອງ ອາຣັບບິ ຊາອຸດິ. ສ່ວນທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ໃຫ້ຮູ້ວ່າ: ລັດຖະບານຂອງທ່ານຍັງຈະສ້າງບັນດາສັນຍາຄ້າຂາຍອາວຸດກ່ອນນີ້ກັບ ອາຣັບບິ ຊາອຸດິ ໃຫ້ສຳເລັດ, ເຖິງວ່າທ່ານ “ຜິດຫວັງ” ກ່ຽວກັບເຫດການເຂັ່ນຂ້ານັກຂ່າວ Khashoggi ກໍ່ຕາມ.

ແຫຼ່ງຄັດຈາກ: vovworld