ຕາມ ທ່ານ Yuri Ushakov ແລ້ວ, ທ່ານປະທານາທິບໍດີລັດເຊຍ Vladimir Putin   ແລະ ທ່ານ John Bolton ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ  ບັນລຸໄດ້ຂໍ້ຕົກລົງໃນເບື້ອງຕົ້ນກ່ຽວກັບການຈັດຕັ້ງການພົບປະຮອບດ້ານ ແລະ ໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນລະຫວ່າງການນໍາລັດເຊຍ, ອາເມລິກາ ຢູ່ປາຣີ, ຢູ່ນອກເຫດການສະເຫຼີມສະຫຼອງວັນຢຸດຕິສົງຄາມໂລກ ຄັ້ງທີ 01. ທ່ານ Ushakov   ກໍ່ໃຫ້ຮູ້ວ່າການພົບປະຄັ້ງນີ້ຈະມີການເຂົ້າຮ່ວມຂອງບັນດາສະມາຊິກຂອງຄະນະຜູ້ແທນສອງປະເທດ.

ແຫຼ່ງຄັດຈາກ: vovworld