leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ ແລະທ່ານປະທານາທິບໍດີຕວກກີ. ພາບ: TASS.

ໃນການໂອ້ລົມທາງໂທລະສັບ, ການນໍາສອງທ່ານກໍ່ປຶກສາຫາລືກ່ຽວກັບບາງໂຄງການສອງຝ່າຍ, ເຊິ່ງລວມມີທໍ່ສົ່ງອາຍແກັດ TurkStream ແລະໂຮງງານໄຟຟ້ານິວເຄຼຍ Akkuyu ຂອງ ຕວກກີ, ພ້ອມກັບສະພາບການຢູ່ ຊີຣີ. ທ່ານ Erdogan ໃຫ້ຮູ້ວ່າ, ທ່ານມີຄວາມສົນໃຈທີ່ສຸດເຖິງການບຸກໂຈມຕີຄັ້ງຕ່າງໆທີ່ເລັ່ງໃສ່ສາມັນຊົນຢູ່ ຊີຣີ, ພ້ອມທັງໃຫ້ຄໍາກ່າວເຕື່ອນວ່າຂໍ້ຕົກລົງຢຸດຍິງ Astana ອາດສາມາດຈະຖືກພັງທະລາຍ, ຖ້າຫາກກອງທັບ ຊີຣີ ສືບຕໍ່ບຸກໂຈມຕີໃສ່ເຂດ Idlib. ທ່ານປະທານາທິບໍດີຕວກກີ ຖືວ່າສິ່ງທີ່ສໍາຄັນແມ່ນຕ້ອງຫຼີກລ່ຽງ “ບັນດາການຜັນແປບໍ່ດີ” ຢູ່ Idlib, ທ່ານສົ່ງເສີມບັນດາຝ່າຍລຸກຮື້ຂຶ້ນເຂົ້າຮ່ວມການເຈລະຈາຕໍ່ໄປຢູ່ Astana, ເຊິ່ງຄາດວ່າຈະດໍາເນີນໃນລະຫວ່າງວັນທີ 30 - 31 ກໍລະກົດ ຈະມາເຖິງ.

 

ແປໂດຍ: ເກື່ອງດັ້ງ