ວັນທີ 16 ເມສາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຊີຣີ Faisal Mekdad ໄດ້ປະກາດວ່າ ປະເທດນີ້ໄດ້ກຽມພ້ອມຮ່ວມມືກັບບັນດານັກສືບສວນອາວຸດເຄມີຂອງອົງການເກືອດຫ້າມອາວຸດເຄມີ (OPCW). ສຳນັກຂ່າວສານແຫ່ງລັດ SANA ຂອງ ຊີຣີ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Mekdad ໂດຍໃຫ້ຮູ້ວ່າ: ບັນດານັກສືບສວນຂອງ OPCW ໄດ້ໄປຍັງ Damacus 3 ມື້ກ່ອນ ແລະ ໄດ້ພົບປະກັບຝ່າຍລັດຖະບານ ຊີຣີ, ໃນນັ້ນ, 2 ຝ່າຍໄດ້ປຶກສາຫາລືການຮ່ວມມືເພື່ອແນໃສ່ດຳເນີນການສືບສວນຢ່າງເປີດເຜີຍ, ຍຸຕິທຳ ແລະ ຊັດເຈນ. ເຈົ້າໜ້າທີ່ຜູ້ນີ້ເນັ້ນໜັກວ່າ: ລັດຖະບານ ຊີຣີ ໄດ້ກຽມພ້ອມຮ່ວມມື ແລະ ສ້າງເງື່ອນໄຂເພື່ອໃຫ້ຄະນະປະຕິບັດງານຂອງ OPCW ດຳເນີນການສືບສວນວ່າ ອາວຸດເຄມີ ໄດ້ນຳໃຊ້ຢູ່ Douma, ທາງທິດຕາເວັນອອກຂອງນະຄອນຫຼວງ Damacus ໃນເຫດບຸກໂຈມຕີໃນວັນທີ 7 ເມສາ ຜ່ານມາຫຼືບໍ່?.

leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດ ຊີຣີ Faisal Mekdad. ພາບ: EPA/TTXVN.

ແລະກໍ່ໃນວັນດຽວກັນ, ລັດເຊຍ ຖະແຫຼງຈະບໍ່ແຊກແຊງເຂົ້າວຽກງານສືບສວນຂອງ OPCW ຢູ່ຊີຣີ. ປະຕິກິລິຍາຕໍ່ຄຳຖະແຫຼງຂອງຄະນະປະຕິບັດງານຂອງ ອັງກິດ ຢູ່ OPCW ກ່ຽວກັບເລື່ອງ “ລັດເຊຍ ແລະ ຊີຣີ ຍັງບໍ່ທັນອະນຸຍາດໃຫ້ບັນດານັກສືບສວນສຳຜັດກັບ Douma”, ວັງ Kremlin ຢືນຢັນວ່າ: ຄຳກ່າວຫາດັ່ງກ່າວຂອງ ອັງກິດ ແມ່ນ “ບໍ່ມີຫຼັກຖານ”, ພ້ອມທັງເນັ້ນໜັກວ່າ ມົດສະກູ ຍາມໃດກໍ່ສະໜັບສະໜູນເລື່ອງດຳເນີນການສືບສວນຍຸຕິທຳສຳລັບເຫດບຸກໂຈມຕີທີ່ສົງໄສວ່າໄດ້ນຳໃຊ້ອາວຸດເຄມີ.

 

ແຫຼ່ງຄັດຈາກ: vovworld