ຕາມສົນທິສັນຍາ Lisbon ປີ 1973 ຂອງ ອີຢູ ແລ້ວ, ອັງກິດ ຈະເສຍເວລາຢ່າງຫນ້ອຍສຸດ 2 ປີ ເພື່ອສັບຊ້ອນການຖອນອອກຈາກ ອີຢູ, ນັບແຕ່ປີ 2016 ຫລືເອີ້ນວ່າ Brexit. ເພື່ອກະກຽມໃຫ້ວິວັດການ ອັງກິດ ຖອນອອກຈາກ ອີຢູ, ໄລຍະຜ່ານມາສອງຝ່າຍໄດ້ດຳເນີນການເຈລະຈາຫລາຍຄັ້ງເຖິງຢ່າງໃດກໍ່ຕາມໝາກຜົນບັນລຸໄດ້ບໍ່ຄືຄວາມມຸ້ງຫວັງເມື່ອທັງສອງຝ່າຍຍາກທີ່ຊອກໄດ້ທັດສະນະລວມເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ.

leftcenterrightdel
ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ທ່ານປະທານ EC Jean-Claude Juncker ທີ່ການປະຊຸມຂ່າວໃນວັນທີ 8 ທັນວາພາບ:TTXVN

ບາດກ້າວສຳຄັນໃນວິວັດການເຈລະຈາ

ເລື່ອງອັງກິດ ແລະ ອີຢູ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບາງບັນຫາສຳຄັນໃນອາທິດຜ່ານມາໄດ້ແກ້ໄຂສະພາບບໍ່ມີທາງອອກພາຍຫລັງການເຈລະຈາລະຫວ່າງສອງຝ່າຍມາເປັນເວລາຫລາຍເດືອນ. ເຈົ້າຫນ້າທີ່ອັງກິດ ແລະອີຢູ ລ້ວນແຕ່ຕີລາຄາວ່າບັນດາມາດຕາທີ່ບັນລຸໄດ້ແມ່ນບັນດາຄວາມກ້າວຫນ້າດີພໍສົມຄວນ, ສ້າງປະຖົມປັດໄຈເພື່ອໃຫ້ສອງຝ່າຍກ້າວເຂົ້າສູ່ໄລຍະປຶກສາຫາລືກ່ຽວກັບອະນາຄົດການພົວພັນດ້ານການຄ້າລະຫວ່າງ ອີຢູ ແລະອັງກິດ.

ສາມບັນຫາຫລັກແຫລ່ງເພື່ອແກ້ໄຂສະພາບບໍ່ມີທາງອອກນັ້ນແມ່ນ: ສິດຂອງບັນດາພົນລະເມືອງ ເອີລົບ ດຳລົງຊີວິດຢູ່ ອັງກິດ (ປະມານ 3 ລ້ານຄົນ) ແລະສິດຂອງພົນລະເມືອງອັງກິດດຳລົງຊີວິດຢູ່ ບັນດາປະເທດ ເອີລົບ, ບັນຫາຊາຍແດນລະຫວ່າງ ອຽກລັງ ແລະດິນແດນ ອຽກລັງເຫນືອ ຂຶ້ນກັບ ອັງກິດ; ພັນທະດ້ານການເງິນ ຊື່ງຝ່າຍອັງກິດ ຕ້ອງປະຕິບັດ.

ຕາມນັ້ນແລ້ວ, ລອນດອນ ໄດ້ຜ່ອນສັ້ນຜ່ອນຍາວເມື່ອຮັບຮອງເອົາສິດອຳນາດຂອງສານຕຸລາການ ເອີລົບ ໃນບາງກໍລະນີນິຕິກຳທີ່ມີສ່ວນກ່ຽວຂ້ອງເຖິງສິດຜົນປະໂຫຍດຂອງພົນລະເມືອງເອີລົບ ກວ່າ 3 ລ້ານຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ ອັງກິດ. ອັງກິດ ກໍ່ຮັບປະກັນຈະບໍ່ມີເສັ້ນຊາຍແດນປົກຄອງ ຢູ່ ອຽກລັງເຫນືອ, ເຄີຍແມ່ນສິ່ງກີດຂວາງໃຫຍ່ສຸດໃນບັນດາການເຈລະຈາຂໍ້ຕົກລົງ Brexit  ຫວ່າງແລ້ວນີ້. ຍ້ອນ ອຽກລັງເຫນືອ ຂຶ້ນກັບເຂດດິນແດນຂອງລາຊະອານາຈັກ ອັງກິດ ສະນັ້ນ ພາຍຫລັງ Brexit ເຂດນີ້ຈະປະຕິບັດຕາມຂໍ້ກຳນົດກົດລະບຽບດ້ານພາສີ ແລະການຄຸ້ມຄອງຕະຫລາດຂອງອັງກິດ.  ສິ່ງດັ່ງກ່າວເຮັດໃຫ້ ອຽກລັງ ມີຄວາມວິຕົກກັງວົນວ່າ ເມື່ອເສັ້ນຊາຍແດນປົກຄອງໄດ້ສ້າງຕັ້ງຂຶ້ນຈະສົ່ງຜົນສະທ້ອນເຖິງຂໍ້ຕົກລົງສັນຕິພາບ Belfast ຊື່ງໄດ້ລົງນາມໃນວັນທີ 10 ເມສາປີ 1998 ພ້ອມທັງສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງການເຄື່ອນໄຫວພົວພັນດ້ານການຄ້າ, ການແລກປ່ຽນສິນຄ້າ ລະຫວ່າງສອງຝ່າຍ.

ສຸດທ້າຍກ່ຽວກັບພັນທະການເງິນ, ບັນຫາກໍ່ຄວາມຄັດຄ້ານຢ່າງແຮງຂອງວົງການເຈົ້າຫນ້າທີ່ ອັງກິດ ແຕ່ກ່ອນມາຮອດປະຈຸບັນກໍ່ໄດ້ຮັບການແກ້ໄຂເມື່ອສຸດທ້າຍ ອັງກິດກໍ່ຍອມຮັບເບິກຈ່າຍຈຳນວນເງິນປະມານ 45 ຕື້ - 50 ຕື້ເອີໂຣ ໃຫ້ແກ່ ອີຢູ.

ຕໍ່ຫນ້າບັນດາຄວາມຄືບຫນ້າດັ່ງກ່າວ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ມື້ຫນຶ່ງ, ລັດຖະສະພາ ເອີລົບ ໄດ້ເລັ່ງລັດບັນດາການນຳຂອງ ອີຢູ ໄດ້ເຫັນດີຕໍ່ເລື່ອງເລີ່ມຕົ້ນໄລຍະຕໍ່ໄປໃນວິວັດການເຈລະຈາລະຫວ່າງ ອີຢູ ແລະອັງກິດ. ໃນຂະນະນັ້ນ ຫົວຫນ້າຄະນະນັກເຈລະຈາຂອງ ອີຢູ ກ່ຽວກັບບັນຫາ Brexit, ທ່ານ Michel Barnier ໄດ້ຢືນຢັນວ່າ ບັນດາຄວາມຄືບຫນ້າທີ່ບັນລຸໄດ້ຈະໄດ້ຫັນເປັນຂໍ້ຕົກລົງມີລັກສະນະຜູກຮັດດ້ານນິຕິກຳຢ່າງວ່ອງໄວ. ໄລຍະຕໍ່ໄປຂອງວິວັດການເຈລະຈາ Brexit ຈະສຸມໃສ່ກ່ຽວກັບໄລຍະສືບທອດ “ສັ້ນ ແລະຈະແຈ້ງ” ກໍ່ຄືບັນດາການປຶກສາຫາລືໂດຍສັງເຂບກ່ຽວກັບການພົວພັນໃນອະນາຄົດ.

ຄວາມຫຍຸ້ງຍາກໃຫ້ແກ່ໄລຍະຕໍ່ໄປ

ບໍ່ອາດປະຕິເສດໄດ້ບາດກ້າວຕັ້ງຫນ້າຊື່ງ ອັງກິດ ແລະອີຢູ ຫາກໍ່ບັນລຸໄດ້ໃນວິວັດການເຈລະຈາ Brexit ແຕ່ມີບາງບັນຫາເກີດຂຶ້ນກ່ອນດຳເນີນກອງປະຊຸມສຸດຍອດ ອີຢູ. ກ່ອນອື່ນໝົດແມ່ນຄຳຖະແຫລງຂອງທ່ານ David Davis ລັດຖະມົນຕີ ຮັບຜິດຊອບບັນຫາ Brexit ຂອງອັງກິດ ຖືວ່າ: ອັງກິດ ຈະບໍ່ຊຳລະໃບບິນການເງິນ ແຕ່ 40 – 45 ຕື້ ເອີໂຣ ຖ້າກຸ່ມນີ້ບໍ່ຮັບປະກັນຂໍ້ຕົກລົງດ້ານການຄ້າເພື່ອນຳໃຊ້ພາຍຫລັງ ອັງກິດບໍ່ແມ່ນສະມາຊິກຂອງ ອີຢູ. ເຖິງວ່າ ທ່ານ Davis ຢືນຢັນ ນີ້ພຽງແຕ່ແມ່ນຄຳ “ຖະແຫລງກ່ຽວກັບເຈດຈຳນົງ” ຫາກ “ບໍ່ມີການຜູກຮັດດ້ານນິຕິກຳ” ແຕ່ໄດ້ກໍ່ຄວາມຄັດຄ້ານຢ່າງແຮງໃນວົງການເຈົ້າຫນ້າທີ່ ອີຢູ. ຫົວຫນ້າຄະນະນັກເຈລະຈາຂອງ ອີຢູ ກ່ຽວກັບບັນຫາ Brexit, ທ່ານ Michel Barnier ໄດ້ປະຕິເສດຄຳຖະແຫລງດັ່ງກ່າວ ແລະ ຢືນຢັນວ່າ ພຽງມີ “ຄຳຖະແຫລງການເມືອງ” ສະບັບຫນຶ່ງສ້າງການພົວພັນດ້ານການຄ້າໃນອະນາຄົດໄດ້ຍົກອອກໃນຈຸດເວລາ ອັງກິດ ຖອນອອກຈາກ ອີຢູ.

ບັງເອີນມີເຫດການຫນຶ່ງອີກໄດ້ຮັບການຕີລາຄາວ່າຈະສົ່ງຜົນກະທົບຫລາຍພໍສົມຄວນເຖິງວິວັດການເຈລະຈາຈະມາເຖິງລະຫວ່າງ ອັງກິດ ແລະອີຢູ ນັ້ນແມ່ນວັນທີ 13 ທັນວາສະພາແຫ່ງຊາດ ອັງກິດ ໄດ້ເຫັນດີສະຫນັບສະຫນູນເນື້ອໃນປັບປຸງຮ່າງກົດໝາຍ Brexit ຂອງລັດຖະບານ. ຕາມເຫດການນີ້ ອຳນາດການປົກຄອງຂອງທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ປະຈຸບັນຈະຕ້ອງຍອມຮັບການຄວບຄຸມຂອງສະພາແຫ່ງຊາດສຳລັບວິວັດການເຈລະຈາ Brexit ເມື່ອສະພາແຫ່ງຊາດມີສິດຮຽກຮ້ອງບັນດາທ່ານລັດຖະມົນຕີ ກັບຄືນສູ່ໂຕະເຈລະຈາຖ້າຫາກອົງການນີ້ຢັ້ງຢືນວ່າຂໍ້ຕົກລົງທີ່ບັນລຸໄດ້ນັ້ນຍັງບໍ່ທັນເໝາະສົມ.

ຕາມແຜນການແລ້ວ, ອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການແຕ່ວັນທີ 29 ມີນາ ປີ 2019. ບັນດາການເຈລະຈາຕ້ອງສຳເລັດເພື່ອໃຫ້ລັດຖະສະພາບັນດາປະເທດ ມີເວລາພິຈາລະນາ ແລະຮັບຮອງເອົາບໍ່ວ່າຂໍ້ຕົກລົງໃດທີ່ບັນລຸໄດ້. ເລື່ອງ ອັງກິດ ແລະອີຢູ ບັນລຸໄດ້ຂໍ້ຕົກລົງຈຳນວນຫນຶ່ງກ່ຽວກັບ Brexit ຫວ່າງແລ້ວນີ້ ແມ່ນບາດກ້າວເປັນຫນ້າຮັບຮູ້ພາຍຫລັງຄວາມມານະພະຍາຍາມຂອງທັງສອງຝ່າຍ. ເຖິງຢ່າງໃດກໍ່ຕາມ, ໄລຍະເຈລະຈາຕໍ່ໄປແນ່ນອນວ່າຈະປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ, ກ່ອນທີ່ສອງຝ່າຍອາດຈະບັນລຸຂໍ້ຕົກລົງສຸດທ້າຍ. 


ແຫຼ່ງຄັດຈາກ: vovworld