leftcenterrightdel
ການເດີນຂະບວນຄັດຄ້ານ Brexit ໃຫຍ່ສຸດໃນຫລາຍທົດສະວັດຢູ່ ລອນດອນ (ພາບ: THX/TTXVN)

ວັນທີ 23 ມີນາ, ປະຊາຊົນ ອັງກິດ ນັບພັນຄົນໄດ້ຄັດຄ້ານເລື່ອງປະເທດນີ້ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ)  - Brexit ນັບພັນຄົນ, ໄດ້ເຕົ້າໂຮມເດີນຂະບວນຢູ່ໃຈກາງນະຄອນຫຼວງ ລອນດອນ ເພື່ອຮຽກຮ້ອງຈັດຕັ້ງການລົງປະຊາມະຕິຄັ້ງໃໝ່ ໃນສະພາບວິກິດການ Brexit ພວມກໍ່ຄວາມສັບສົນວຸ້ນວາຍໃນເວທີການເມືອງ ອັງກິດ. ຂະບວນຄົນເດີນປະທ້ວງສະໜັບສະໜູນປະເທດອັງກິດ ສືບຕໍ່ເປັນສະມາຊິກອີຢູ ໄດ້ເຕົ້າໂຮມກັນຢູ່ໃກ້ກັບສວນສາທາລະນະ Hyde Paek ໃນຕອນທ່ຽງກ່ອນທີ່ເດີນຂະບວນຜ່ານຫ້ອງວ່າການນາຍົກລັດຖະມົນຕີ ແລະສິ້ນສຸດຢູ່ນອກຕຶກອາຄານສຳນັກງານສະພາແຫ່ງຊາດ.

ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນຂ່າວຢ່າງເປັນທາງການກ່ຽວກັບຈຳນວນຜູ້ແຫ່ຂະບວນປະທ້ວງເທື່ອ ແຕ່ບັນດາແຫຼ່ງຂ່າວສື່ມວນຊົນລ້ວນແຕ່ໃຫ້ຮູ້ວ່າ: ມີປະມານພັນໆຄົນໄດ້ເຕົ້າໂຮມກັນກ່ອນທີ່ດຳເນີນການເດີນຂະບວນ. ການເດີນຂະບວນຄັ້ງນີ້ໄດ້ຮັບຖືວ່າ: ແມ່ນໜຶ່ງໃນບັນດາການເດີນຂະບວນປະທ້ວງມີຂອບຂະໜາດໃຫຍ່ສຸດຢູ່ນະຄອນຫຼວງ ລອນດອນ ໃນຫຼາຍທົດສະວັດຜ່ານມາ.

ແຫຼ່ງຄັດຈາກ: vovworld.vn