ຖະແຫຼງການຂອງ ອີຢູ ໄດ້ຍົກອອກມາພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງໃຫ້ຮັບຮູ້ອະທິປະໄຕຂອງ ອິດສະລາແອັນ ສຳລັບເຂດພູພຽງ Golan ຢ່າງຄົບຖ້ວນ. ຈາກ Berlin (ເຢຍລະມັນ), ເມື່ອຖືກຖາມກ່ຽວກັບຄຳຮຽກຮ້ອງດັ່ງກ່າວຂອງທ່ານປະທານາທິບໍດີອາເມລິກາ, ທ່ານ Ulrike Memmer ໂຄສົກລັດຖະບານເຢຍລະມັນ ຖະແຫຼງວ່າເຂດພູພຽງ Golan ແມ່ນແດນດິນຂອງ ຊີຣີ ໂດຍ ອິດສະລາແອັນ ຢຶດຄອງ. ລັດຖະບານເຢຍລະມັນ ຄັດຄ້ານບັນດາບາດກ້າວເດີນພຽງລຳພັງຝ່າຍດຽວ. ໃນຂະນະນັ້ນ, ປະເທດພັນທະມິດຂອງ ຊີຣີ ແມ່ນ ອີຣານ ກໍ່ຕຳໜິຕິຕຽນຄຳຮຽກຮ້ອງຂອງທ່ານປະທານາທິບໍດີ Trump. ສ່ວນ ອີຢິບ ກໍ່ອອກຖະແຫຼງການຢືນຢັນວ່າປະເທດນີ້ຮັບຮູ້ເຂດພູພຽງ Golan ແມ່ນດິນແດນຂອງ ຊີຣີ, ພ້ອມທັງຄັດຄ້ານຄຳຮຽກຮ້ອງຂອງປະທານາທິບໍດີອາເມລິກາ ເຊັ່ນດຽວກັນ.

ແຫຼ່ງຄັດຈາກ: vovworld.vn