ທ່ານ Kim Chang son ໄດ້ເດີນທາງໄປຜ່ານປັກກິ່ງ (ຈີນ) ແລະໄປຮອດມົດສະກູ ໃນວັນທີ 19 ມີນາຜ່ານມາ ແລະປະຈຸບັນທ່ານ Kim Chang son ພວມຢູ່ນະຄອນຫຼວງຂອງລັດເຊຍ. ວົງການນັກຊ່ຽວຊານໄດ້ຖືວ່າ, ການໄປປະຕິບັດງານຢູ່ຕ່າງປະເທດຂອງເຈົ້າໜ້າທີ່ຜູ້ດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ສປປ.ເກົາຫຼີ ອາດຈະດຳເນີນວຽກງານກະກຽມໃຫ້ແກ່ການຢ້ຽມຢາມລັດເຊຍ ຄັ້ງທຳອິດຂອງການນຳ Kim Jong un ນັບແຕ່ເມື່ອດຳລົງຕຳແໜ່ງ. ທ່ານ Kim Chang son ແມ່ນເຈົ້າໜ້າທີ່ຮັບຜິດຊອບບັນຫາພະລາທິການກ່ອນບັນດາການຢ້ຽມຢາມຕ່າງປະເທດຂອງການນຳ Kim Jong un.

ແຫຼ່ງຄັດຈາກ: vovworld.vn