ອາດຈະຍົກເລີກແຜນການທີ່ຈະນຳຂໍ້ຕົກລົງ Brexit ມາປ່ອນບັດຄັ້ງທີ 3 ໃນອາທິດໜ້າ, ເວັ້ນເສຍກໍລະນີຮູ້ສຶກວ່າ ອາດຈະໄດ້ຮັບໄຊຊະນະ ແລະ ຫຼີກລ້ຽງໄດ້ການໂຈະໄລຍະຍາວຂອງເລື່ອງປະເທດນີ້ຖອນຕົວອອກຈາກສະຫະພາບເອີຣົບ. ທ່ານລັດຖະມົນຕີກະຊວງການຄ້າສາກົນອັງກິດ Liam Fox ໃຫ້ຮູ້ວ່າ: ຍາກທີ່ຈະຊອກໄດ້ຂໍ້ອ້າງອີງເພື່ອດຳເນີນການປ່ອນບັດຖ້າຮູ້ວ່າຈະປະລາໄຊ.

leftcenterrightdel
ພາບປະກອບ: THX/ສໍານັກຂ່າວສານຫວຽດນາມ.

ປະເທດອັງກິດ ຕົກເຂົ້າສູ່ສະພາບຢຸດສະງັກດ້ານການເມືອງຂະນະທີ່ຍັງພຽງແຕ່ບໍ່ພໍເທົ່າໃດມື້ກໍ່ຈະຮອດຈຸດເວລາ Brexit (29/03), ຢຸດຕິໄລຍະ 46 ປີທີ່ເປັນສະມາຊິກຂອງສະຫະພາບເອີຣົບ (ອີຢູ). ສະພາຕ່ຳອັງກິດ ໄດ້ປະຕິເສດເນື້ອໃນຂໍ້ຕົກລົງ Brexit 2 ຄັ້ງເຊິ່ງເຮັດໃຫ້ທ່ານນາງນາຍົກລັດຖະມົນຕີ Theresa May ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ເພື່ອບັນລຸໄດ້ຂໍ້ຕົກລົງກັບການນຳ ອີຢູ ເມື່ອທ້າຍປີ 2018.

ແຫຼ່ງຄັດຈາກ: vovworld.vn