leftcenterrightdel
ທ່ານນາງປະທານສະພາຕ່ຳອາເມລິກາ Nancy Pelosi. ພາບ:  THX/ສໍານັກຂ່າວສານຫວຽດນາມ.

ວັນທີ 26 ມີນາ, ສະພາຕ່ຳອາເມລິກາ ຈະດຳເນີນການປ່ອນບັດແນໃສ່ຕ່າວປີ້ນສິດປະຕິເສດຂອງທ່ານປະທານາທິບໍດີອາເມລິກາ Donald Trump ສຳລັບຮ່າງກົດໝາຍສະກັດກັ້ນຖະແຫຼງການສະພາວະສຸກເສີນລະດັບຊາດ ເຊິ່ງລັດຖະສະພາເຄີຍຮັບຮອງເອົາກ່ອນໜ້ານັ້ນ. ແຈ້ງການໃນວັນທີ 15 ມີນາ, ຂອງທ່ານນາງປະທານສະພາຕ່ຳອາເມລິກາ Nancy Pelosi ໄດ້ຍົກອອກໃນທັນທີພາຍຫລັງທ່ານປະທານາທິບໍດີ Donald Trump ຖະແຫຼງປະຕິເສດຮ່າງກົດໝາຍຊຶ່ງທ່ານຖືວ່າແມ່ນ “ອັນຕະລາຍ” ແລະ “ຂາດຄວາມລະມັດລະວັງ”. ກ່າວຄຳເຫັນຕໍ່ສື່ມວນຊົນຢູ່ຫ້ອງໂຕະຮູບໄຂ່, ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ “ສະພາແຫ່ງຊາດມີສິດເສລີໃນການຮັບຮອງເອົາມະຕິສະບັບນີ້ ແລະ ຂ້າພະເຈົ້າມີໜ້າທີ່ປະຕິເສດມັນ”.

ຕາມແຜນການແລ້ວ, ຮ່າງກົດໝາຍສະບັບນີ້ຈະໄດ້ສົ່ງຄືນສະພາແຫ່ງຊາດອາເມລິກາ ເພື່ອຕ່າວປີ້ນສິດປະຕິເສດຂອງທ່ານປະທານາທິບໍດີ Donald Trump, ສະພາແຫ່ງຊາດຕ້ອງບັນລຸໄດ້ 2/3 ຈຳນວນບັດສະໜັບສະໜູນ ແລະ ອາດຈະເປັນໄປໄດ້.

ແຫຼ່ງຄັດຈາກ: vovworld.vn