leftcenterrightdel
ທ່ານຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Yoshihide Suga. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Suga ກ່າວປາໄສຕໍ່ວົງການນັກຂ່າວໃນວັນທີ 22 ມັງກອນ, ເມື່ອຖືກຖາມກ່ຽວກັບຫຼັກໝັ້ນຂອງໂຕກຽວ ທີ່ກ່ຽວຂ້ອງເຖິງເລື່ອງກະຊວງປ້ອງກັນປະເທດ ສ.ເກົາຫຼີ ສະແດງຄວາມ “ເສຍດາຍ” ກ່ຽວກັບຂໍ້ຕົກລົງຂອງຍີ່ປຸ່ນ ທີ່ຢຸດຕິບັນດາການປຶກສາຫາລືຄວາມເຫັນກ່ຽວກັບການເກີດເຫດດັ່ງກ່າວ ໃນວັນທີ 21 ມັງກອນ. ຕາມທ່ານ Suga ແລ້ວ, ຍາກທີ່ຈະປຶກສາຫາລືໃນຄັ້ງຕໍ່ໄປເມື່ອຝ່າຍ ສ.ເກົາຫຼີ ບໍ່ຍອມຮັບຮູ້ຂໍ້ສະເໜີຍົກອອກພະຍານຫຼັກຖານໃນກອງປະຊຸມຂັ້ນນັກວິຊາການ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ສະແດງຄວາມປາດຖະໜາວ່າຍີ່ປຸ່ນ ຢາກສືບຕໍ່ຮ່ວມມືກັບ ສ.ເກົາຫຼີ ໃນຂົງເຂດຄວາມໝັ້ນຄົງ.

ແຫຼ່ງຄັດຈາກ: vovworld.vn