ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ: APEC ຄວນສືບຕໍ່ປ່ຽນແປງໃໝ່, ຢັ້ງຢືນບົດບາດນຳໜ້າກ່ຽວກັບການຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະກວມລວມ, ຮ່ວມສຳພັນເສດຖະກິດໃນພາກພື້ນ, ເຊື່ອມຕໍ່, ຫັນການຄ້າ ແລະການລົງທຶນເປັນເສລີກໍ່ຄືແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ.

ທ່ານ ຟ້າມບິ່ງມິງ ໄດ້ສະເໜີວ່າ, APEC ຄວນນໍາໜ້າຍູ້ແຮງການເຕີບໂຕແບບຍືນຍົງ,  ມີຫົວຄິດປະດິດສ້າງ ແລະກວມລວມ, ປະຕິຮູບໂຄງປະກອບ, ຊຸກຍູ້ຈິດໃຈວິສາຫະກິດ ແລະເລີ່ມທຸລະກິດ, ນໍາອາຊີ - ປາຊີຟິກ ກາຍເປັນສູນເຕັກໂນໂລຢີ, ການສຶກສາແຖວໜ້າໃນໂລກ.

ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ, APEC ຄວນຮ່ວມແຮງຮ່ວມໃຈສ້າງວິໄສທັດຫຼັງປີ 2020 ທີ່ມີລັກສະນະຍຸດທະສາດ, ມຸ່ງໄປເຖິງອະນາຄົດເພື່ອຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດ. ທ່ານ ຟ້າມບິ່ງມິງ ແບ່ງປັນວ່າ, ປີ 2018 ແມ່ນປີຂີດໝາຍຫວຽດນາມເຂົ້າຮ່ວມ APEC ຄົບຮອບ 20 ປີ. ໃນການຜັນຂະຫຍາຍນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ອາຊີ - ປາຊີຟິກ, ໃນນັ້ນມີ APEC, ສືບຕໍ່ແມ່ນຈຸດສຸມຂອງນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ, ຫວຽດນາມຈະສືບຕໍ່ພ້ອມກັບບັນດາປະເທດສະມາຊິກປະກອບສ່ວນສ້າງປະຊາຄົມອາຊີ - ປາຊີຟິກໃຫ້ມີສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ກວມລວມ, ເຊື່ອມຕໍ່ ແລະວັດທະນາຖາວອນ.

 

ໂດຍ: ບົວພອນ