leftcenterrightdel
ອັງກິດຍົກເລີກຂໍ້ຈຳກັດຮັບສະໝັກພົນທະຫານຈາກກຸ່ມວັດທະນາຖາວອນລວມ. ພາບ: AFP

ໃນແຈ້ງການສົ່ງເຖິງສະພາແຫ່ງຊາດ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ Mark Lancaster ໃຫ້ຮູ້ວ່າ, ກະຊວງດັ່ງກ່າວໄດ້ຍົກເລີກເລື່ອງພົນລະເມືອງບັນດາປະເທດດັ່ງກ່າວຕ້ອງອາໄສຢູ່ອັງກິດ ເປັນເວລາ 5 ປີຂຶ້ນໄປຈຶ່ງຮັບໄດ້ສະໝັກເຂົ້າເປັນທະຫານ. ທ່ານ Lancaster ຊີ້ແຈ້ງວ່າ, ດ້ວຍບັນດາການປ່ຽນແປງດັ່ງກ່າວ, ບັນດາໃບສະມັກເຂົ້າເປັນທະຫານຈາກທຸກປະເທດໃນກຸ່ມລ້ວນແຕ່ໄດ້ຮັບຄວາມເຫັນດີ.

ເຖິງຢ່າງໃດກໍ່ຕາມ, ທ່ານ Lancaster ໄດ້ໃສ່ໃຈວ່າ, ຂໍ້ກຳນົດຈຳກັດພົນລະເມືອງໃນກຸ່ມວັດທະນາຖາວອນລວມເຂົ້າຮ່ວມບັນດາທີ່ຕັ້ງຍຸດທະສາດຢູ່ໃນລະດັບ 15% ຍັງໄດ້ຮັບການຮັກສາຢູ່.

ແຫຼ່ງຄັດຈາກ: vovworld.vn