ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Samdech Techo Hun Sen ຖະແຫຼງວ່າ, ລັດຖະບານ ກໍາປູເຈຍ ອາຍຸການທີ VI ບັນລຸໄດ້ຂີດໝາຍປະຫວັດສາດໃໝ່ໃຫ້ລາຊະອານາຈັກກໍາປູເຈຍ, ຍ້ອນນີ້ແມ່ນລັດຖະບານໄດ້ຮັບການສ້າງຕັ້ງໂດຍສະພາແຫ່ງຊາດ ສ່ອງແສງໄດ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນກຳປູເຈຍ ຜ່ານການເລືອກຕັ້ງໃນວັນທີ 29 ກໍລະກົດ.

leftcenterrightdel
ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen. ພາບ: ສໍານັກຂ່າວສານ ຫວຽດນາມ.

ທ່ານ Samdech Techo Hun Sen ໃຫ້ຮູ້ວ່າ, ລັດຖະບານອາຍຸການທີ VI ຈະສືບຕໍ່ຍຸດທະສາດສີ່ລ່ຽມພັດທະນາເຊິ່ງໄດ້ວາງອອກໃນອາຍຸການທີ V, ໃນນັ້ນມີ 4 ຈຸດສຸມບຸລິມະສິດ, ລວມມີ: ການປົກປັກຮັກສາສັນຕິພາບ, ສະຖຽນລະພາບຂອງປະເທດຊາດ, ການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປົກປັກຮັກສາເອກະລາດ ແລະຜືນແຜ່ນດິນອັນຄົບຖ້ວນ; ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃນທຸກຂົງເຂດ...; ເພີ່ມທະວີການບຳລຸງສ້າງ ແລະກາລະໂອກາດສ້າງວຽກເຮັດງານທຳທີ່ມີຄຸນນະພາບໃຫ້ແກ່ຊາວໜຸ່ມ...; ເພີ່ມທະວີການປົກປັກຮັກສານະໂຍບາຍສັງຄົມ.

 

ໂດຍ: ເຈິ່ນຮວ່ຽນ