ຕາມນັ້ນແລ້ວ, ໄດ້ມີ 83,02% ຈຳນວນຜູ້ມີສິດເລືອກຕັ້ງກຳປູເຈຍ, ເທົ່າກັບປະມານ 6,96 ລ້ານຄົນໃນຈຳນວນຜູ້ມີສິດເລືອກຕັ້ງກວ່າ 8,38 ລ້ານຄົນໄດ້ຈົດທະບຽນ, ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ VI ໃນວັນທີ 29 ກໍລະກົດຜ່ານມາ. ພັກປະຊາຊົນກໍາປູເຈຍ (CPP) ຍາດໄດ້ໄຊຊະນະດ້ວຍຈຳນວນບັດສະໜັບສະໜູນແມ່ນ 4.889.113 ລ້ານບັດ.

leftcenterrightdel
ທ່ານ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ (ເບື້ອງຂວາ) ທີ່ຈຸດເລືອກຕັ້ງຢູ່ Kandal ໃນວັນທີ 29 ກໍລະກົດ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາພັກຍາດໄດ້ຈໍານວນບັດສະໜັບສະໜູນຕໍ່ໄປແມ່ນພັກ FUNCINPEC ໄດ້ 374.510 ບັດ, ພັກສຳພັນທະມິດເພື່ອປະຊາທິປະໄຕ (LDP) ຍາດໄດ້ 309.364 ບັດ ແລະພັກເຈດຈໍານົງຂະແມ (KWP) ຍາດໄດ້ 212.869 ບັດ. ໃນຈຳນວນພັກທີ່ຍັງເຫຼືອ, ພັກຍາດໄດ້ບັດສະໜັບສະໜູນຫຼາຍສຸດແມ່ນບໍ່ເກີນ 100.000 ບັດ, ສ່ວນພັກຍາດໄດ້ບັດສະໜັບສະໜູນໜ້ອຍສຸດມີພຽງ 4.212 ບັດ. ຕົວເລກນີ້ໄດ້ມີການປ່ຽນແປງເມື່ອທຽບໃສ່ຕົວເລກໂດຍ NEC ປະກາດໃນວັນທີ 29 ແລະ30 ກໍລະກົດ ຜ່ານມາ. ໃນກໍລະນີບໍ່ມີການຮ້ອງຟ້ອງໃດບັງຄັບຕ້ອງຈັດຕັ້ງການເລືອກຕັ້ງຄືນໃໝ່ນັ້ນ, NEC ຈະປະກາດໝາກຜົນຢ່າງເປັນທາງ ການໃນວັນທີ 15 ສິງຫາ.

 

ໂດຍ: ເຈິ່ນຮວ່ຽນ