ບັນດາການນໍາຈະຮ່ວມກັນປຶກສາຫາລືເພື່ອຍົກອອກຂໍ້ຕົກລົງກ່ຽວກັບເລື່ອງເພີ່ມຄວາມສາມາດນາບຂູ່ ແລະກຳລັງຄວາມສາມາດດ້ານປ້ອງກັນຊາດຂອງ NATO, ຍູ້ແຮງການຕໍ່ສູ້ຕ້ານພວກກໍ່ການຮ້າຍ ແລະຮຽກຮ້ອງໃຫ້ແບ່ງປັນຄວາມໜັກໜ່ວງກ່ຽວກັບລາຍຈ່າຍງົບປະມານປ້ອງກັນຊາດໃຫ້ສົມດູນກວ່າ.

ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ບຣຸກແຊນ ແລ້ວ, ໃນມື້ເຮັດວຽກທໍາອິດ, ບັນດາການນໍາຈະສຸມໃສ່ເຂົ້າໃນບັນດາເນື້ອໃນເພີ່ມລາຍຈ່າຍ ແລະແບ່ງປັນຄວາມໜັກໜ່ວງດ້ານການເງິນລະຫວ່າງບັນດາປະເທດສະມາຊິກ.

leftcenterrightdel
ການນໍາບັນດາປະເທດສະມາຊິກ NATO ຖ່າຍຮູບລວມທີ່ກອງປະຊຸມສຸດຍອດ NATO ໃນວັນທີ 11 ກໍລະກົດ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາການນໍາກໍ່ຈະຕົກລົງເພີ່ມທະວີບົດບາດຂອງ NATO ໃນການຕໍ່ສູ້ຕ້ານພວກກໍ່ການຮ້າຍ. ພ້ອມກັນນັ້ນ, NATO ກໍ່ຕ້ອງກໍານົດເລື່ອງເປີດລາຍການບໍາລຸງສ້າງໃໝ່ຢູ່ ອີຣັກ ດ້ວຍນັກຊ່ຽວຊານຝຶກແອບຫຼາຍຮ້ອຍຄົນຂອງອົງການ NATO. ບັນດາສໍາພັນທະມິດກໍ່ຈະເຫັນດີເຫັນພ້ອມກ່ຽວກັບແຜນນະໂຍບາຍເພີ່ມທະວີການສະໜັບສະໜູນໃຫ້ບັນດາຄູ່ຮ່ວມມືຕົ້ນຕໍຢູ່ຕາເວັນອອກກາງ ແລະອາຟະລິກາເໜືອ, ໃນນັ້ນມີ ຕູນີເຊຍ ແລະ ຈໍແດນ.

ກອງປະຊຸມສຸດຍອດຄັ້ງທີ 7 ນີ້ໄດ້ຈັດຕັ້ງຢູ່ ບຣຸກແຊນ. ເຂົ້າຮ່ວມມີ 54 ຄະນະຜູ້ແທນທາງການ, ເຊິ່ງລວມມີ 29 ປະເທດສະມາຊິກ, 20 ປະເທດຄູ່ຮ່ວມມືພ້ອມກັບບາງອົງການຈັດຕັ້ງສາກົນຄື: ສະຫະປະຊາຊາດ, ອີຢູ, ທະນາຄານໂລກ (WB) ແລະສະພາລັດຖະສະພາ NATO.

 

ແປໂດຍ: ເກື່ອງດັ້ງ