leftcenterrightdel
ວຽກງານກູ້ໄພໄດ້ຜັນຂະຫຍາຍຢູ່ປາກຖໍ້າຫຼວງນາງນອນ. ພາບ: AFP.

ຕາມ Reuters ແລ້ວ, ການກອບກູ້ເອົາຊີວິດຄັ້ງທີ 3 ໄດ້ດຳເນີນແຕ່ເວລາ 9 ໂມງ 30 ນາທີໃນຕອນເຊົ້າຂອງວັນທີ 10 ກໍລະກົດ, ເພື່ອນໍາເອົາສະມາຊິກທີ່ຍັງເຫຼືອ 5 ຄົນສຸດທ້າຍອອກຈາກຖໍ້າ. ກ່ອນໜ້ານັ້ນ, ໃນວັນທີ 8 ແລະວັນທີ 9 ກໍລະກົດ, ໜ່ວຍກູ້ໄພໄດ້ນໍາ 8 ຄົນອອກຈາກຖໍ້າຫຼວງນາງນອນ ໄດ້ຢ່າງປອດໄພ. ຕອນຄໍ່າວັນທີ 10 ກໍລະກົດ, ສະມາຊິກສຸດທ້າຍຂອງທີມບານເຕະ ໝູປ່າ ກໍ່ໄດ້ນຳອອກຈາກຖໍ້າຫຼວງນາງນອນ ໄດ້ຢ່າງປອດໄພໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນຂອງຍາດຕິພີ່ນ້ອງ ແລະໜ່ວຍກູ້ໄພເວົ້າສະເພາະ, ຂອງປະຊາຊົນໄທ ແລະປະຊາຄົມໂລກເວົ້າລວມ.

leftcenterrightdel
ຕໍາຫຼວດ ແລະທະຫານໄທ ປ້ອງກັນລົດສຸກເສີນສົ່ງຜູ້ປະສົບເຄາະຮ້າຍທີ່ຫາກໍ່ໄດ້ກອບກູ້ເອົາຊີວິດອອກມາຈາກຖໍ້າຫຼວງນາງນອນ. ພາບ: AFP

ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ໄດ້ອວຍພອນພວກນ້ອງນ້ອຍທີ່ຫາກໍ່ໄດ້ກອບກູ້ເອົາຊີວິດ ແລະສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງບັນດາທີມນັກດໍານໍ້າ. ທ່ານນາຍົກລັດຖະມົນຕີໄທ ກໍ່ຮຽກຮ້ອງໃຫ້ລັດຖະບານ ມີຮູບແບບໜູນຊ່ວຍ ແລະຊົດເຊີຍຄວາມເສຍຫາຍໃຫ້ແກ່ຊາວກະສິກອນທ້ອງຖິ່ນ, ຜູ້ທີ່ຕົກລົງໃຫ້ທົ່ງນາຂອງເຂົາເຈົ້າເປັນບ່ອນຮອງຮັບນໍ້າທີ່ສູບອອກມາຈາກຖໍ້າໃນການກອບກູ້ເອົາຊີວິດໃນຄັ້ງນີ້.

ແປໂດຍ: ຮວ່າງເຈື່ອງ