leftcenterrightdel
ທ່ານ Shinzo Abe, ນາຍົກລັດຖະມົນຕີປະເທດເຈົ້າພາບ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 1 ກໍລະກົດ, ບັນດາລັດຖະມົນຕີທີ່ມາຈາກ 16 ປະເທດໃນພາກພື້ນ ອາຊີ-ປາຊີຟິກ ໄດ້ໂຮມປະຊຸມຢູ່ໂຕກຽວ, ປະເທດ ຍີ່ປຸ່ນ ເພື່ອຍູ້ໄວວິວັດການເຈລະຈາມຸ່ງໄປເຖິງຂໍ້ຕົກລົງການຄ້າເສລີລວມໃຫ້ແກ່ທົ່ວກຸ່ມນີ້ ຫຼື ຍັງເອີ້ນວ່າ ສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ໃນສະພາບບັນດາຄວາມວິຕົກວັງວົນຈາກລັດທິອາລັກຂານັບມື້ນັບເພີ່ມຂຶ້ນ.

ທີ່ກອງປະຊຸມໂດຍຍີ່ປຸ່ນ ແລະສິງກະໂປ ເປັນປະທານຮ່ວມນັ້ນ, ຝ່າຍຕ່າງໆປາດຖະໜາຢາກຮັດແຄບບັນດາຄວາມບໍ່ລົງລອຍກັນ ແລະເຊື່ອມຕໍ່ບັນດາຄວາມແຕກຕ່າງກັນໃນບັນດາຂົງເຂດ ຄື: ຫຼຸດຜ່ອນພາສີ, ຊັບສິນທາງປັນຍາ ແລະການຄ້າເອເລັກໂຕນິກ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບ RCEP. ນີ້ກໍ່ແມ່ນກອງປະຊຸມຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງຢູ່ປະເທດນອກພາກພື້ນອາຊີຕາເວັນອອກສ່ຽງໃຕ້. 16 ປະເທດເຈລະຈາ RCEP ເຊິ່ງລວມມີ 10 ປະເທດສະຫະປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພ້ອມກັບ ຍີ່ປຸ່ນ, ຈີນ, ອິນເດຍ, ສ. ເກົາຫຼີ, ອົດສະຕາລີ ແລະນິວຊີແລນ.

 

ແຫຼ່ງຄັດຈາກ: vovworld