ເຫດການແຜ່ນດິນໄຫວດັ່ງກ່າວມີຄວາມເລິກ 13 ກິໂລແມັດ ຢູ່ທາງທິດເໜືອແຂວງ ໂອຊາກາ. ເຫດການແຜ່ນດິນໄຫວໄດ້ກໍ່ໃຫ້ເກີດໄພໄໝ້, ໄຟດັບໃນບໍລິເວນກວ້າງ ແລະເກີດສະພາບການຄົມມະນາຄົມຊຸນລະມຸນໃນຕອນເຊົ້າຢູ່ບັນດາເຂດທີ່ຖືກຜົນສະທ້ອນ. ມີກວ່າ 170.000 ຄອບຄົວຖືກຕົກຢູ່ໃນສະພາບໄຟດັບ ແລະຢຸດສະໜອງນ້ຳມັນອາຍແກັດ.

ຕາມສໍານັກຂ່າວສານ BBC ແລ້ວ, ບໍ່ມີຄໍາກ່າວເຕືອນກ່ຽວກັບຄື້ນຍັກພາຍຫຼັງເກີດເຫດແຜ່ນດິນໄຫວ. ໃນຂະນະທີ່ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ຢືນຢັນວ່າບູລິມະສິດແຖວໜ້າຂອງລັດຖະບານໃນປັດຈຸບັນແມ່ນຄວາມປອດໄພຂອງປະຊາຊົນ.

leftcenterrightdel
ພາບປະກອບຄັດຈາກ vnexpress.net.

ກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າພາຍຫຼັງເກີດເຫດແຜ່ນດິນໄຫວ, ກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງ ໂອຊາກາ ໄດ້ຕິດຕໍ່ຫາອົງການເຈົ້າໜ້າທີ່ຝ່າຍຍີ່ປຸ່ນ ເພື່ອຊອກຮູ້ຂໍ້ມູນ ແລະໄດ້ຮັບຊາບວ່າ, ຍັງບໍ່ມີຂໍ້ມູນໃດກ່ຽວກັບຊາວຫວຽດນາມ ຖືກບາດເຈັບ ຫຼື ເສຍຊີວິດໃນເຫດການແຜ່ນດິນໄຫວ. ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນໍາກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງ ໂອຊາກາ ສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ ແລະກຽມພ້ອມປະຕິບັດບັນດາມາດຕະການປົກປ້ອງພົນລະເມືອງໃນກໍລະນີທີ່ຈຳເປັນ. ຊາວຫວຽດນາມ ສາມາດຕິດຕໍ່ຫາກົງສູນໃຫຍ່ຫວຽດນາມ ປະຈໍາແຂວງ ໂອຊາກາ ຕາມສາຍໂທດ່ວນ  0081-80-4638-6139 ຫຼື 00-81-90-2709-2009 ຫຼື ອີແມວ tlsqvn.osaka@mofa.gov.vn.

 

ແປໂດຍ: ເກື່ອງດັ້ງ