leftcenterrightdel
Paris ແລະ Berlin ໃກ້ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບການປະຕິຮູບ Eurozone. ພາບ: reuters.

ວິຈານໃນ Twitter ເມື່ອຕອນຄໍ່າວັນທີ 16 ມິຖຸນາ, ທ່ານ Bruno Le Maire ລັດຖະມົນຕີກະຊວງການເງິນຝລັ່ງ ໃຫ້ຮູ້ວ່າ: “ພາຍຫຼັງການເຈລະຈາສຸດທ້າຍກ່ຽວກັບຫົວຂໍ້ນີ້ກັບຄູ່ຮ່ວມມືເຢຍລະມັນ ຢູ່ນະຄອນ Hamburg, ຂໍ້ຕົກລົງໃກ້ຈະບັນລຸໄດ້”. ທ່ານສະແດງຄວາມຫວັງວ່າຂໍ້ຕົກລົງນີ້ຈະສໍາເລັດໃນວັນທີ 19 ມິຖຸນາ ຈະມາເຖິງ, ເມື່ອທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ ແລະທ່ານ Emmanuel Macron ປະທານາທິບໍດີຝະລັ່ງ ຄາດຄະເນຈະພົບປະກັນເພື່ອປຶກສາຫາລືກ່ຽວກັບບັນຫານີ້.

ແຫຼ່ງຂ່າວຈາກເອີຣົບ ຖືວ່າ, ສອງຝ່າຍບັນລຸໄດ້ບັນດາຄວາມກ້າວໜ້າແທ້ຈິງກ່ຽວກັບບັນດາບັນຫາສະດຸ້ງໄວ, ພິເສດແມ່ນສໍາລັບບັນຫາງົບປະມານຂອງ Eurozone.

 

ແປໂດຍ: ເຈິ່ນຮວ່ຽນ