leftcenterrightdel
ການນຳ ສປປ ເກົາຫຼີ ແລະອາເມລິກາ. ພາບ: CNN.

ຮຸ່ງເຊົ້າວັນທີ 5 ມິຖຸນາ, ຕາມເວລາ ຫວຽດນາມ, ທຳນຽບຂາວ ໄດ້ປະກາດວິວັດການກະກຽມໃຫ້ແກ່ກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະການນຳ ສປປ ເກົາຫຼີ Kim Jong – un ພວມໄດ້ຈັດຕັ້ງເປັນຢ່າງດີ. ຄາດວ່າ, ການນຳ 2 ປະເທດຈະພົບປະກັນໃນເວລາ 9 ໂມງເຊົ້າວັນທີ 12 ມິຖຸນາ ຢູ່ສິງກະໂປ ຕາມເວລາທ້ອງຖິ່ນ, ກົງກັບ 8 ໂມງເຊົ້າຕາມເວລາ ຫວຽດນາມ. ແຈ້ງການກ່ຽວກັບຈຸດເວລາຈັດຕັ້ງການພົບປະສຸດຍອດ ອາເມລິກາ - ສປປ ເກົາຫຼີ ຄັ້ງທຳອິດໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານາທິບໍດີ Trump ຕ້ອນຮັບຄະນະປະຕິບັດງານຂັ້ນສູງ ສປປ ເກົາຫຼີ ຢູ່ທຳນຽບຂາວ ແລະຮັບຈົດໝາຍໂດຍການນຳ Kim Jong – un ຝາກເຖິງພຽງ 3 ວັນເທົ່ານັ້ນ.

ໃນຂະນະນັ້ນ, ກໍ່ກ່ຽວຂ້ອງເຖິງວິວັດການກະກຽມການພົບປະຂັ້ນສູງ ອາເມລິກາ - ສປປ ເກົາຫຼີ, ວັນທີ 4 ມິຖຸນາ, ລັດຖະບານ ສິງກະໂປ ໄດ້ປະກາດເຂດອ້ອມແອ້ມ Shangri – La ຈະແມ່ນ “ເຂດເຫດການພິເສດ” ແຕ່ວັນທີ 10 – 14 ມິຖຸນາ.

ແລະກໍ່ໃນວັນດຽວກັນ, ບັນດາສະມາຊິກສະພາສູງພັກປະຊາທິປະໄຕໄດ້ຝາກເອກະສານບັນດາເງື່ອນໄຂສຳລັບກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ ເຖິງທ່ານປະທານາທິບໍດີ Donald Trump.

 

ແຫຼ່ງຄັດຈາກ: vovworld