ວັນທີ 3 ມິຖຸນາ, ທ່ານວາທີນາຍພົນ ອີຣານ Massoud Jazayeri ໃຫ້ຮູ້ວ່າ ອີຣານ ແລະຊີຣີ ມີການພົວພັນເລິກເຊິ່ງ ແລະຈະບໍ່ຖືກຜົນສະທ້ອນຈາກບັນດາມາດຕະການໂຄສະນາເຜີຍແຜ່ບໍ່ວ່າຂອງຜູ້ໃດ. ທ່ານ Massoud Jazayeri ເນັ້ນໜັ້ກວ່າ ບໍ່ເຊັ່ນດຽວກັນກັບ ອາເມລິກາ, ກຳລັງທະຫານອີຣານ ໄດ້ໄປຮອດຊີຣີ ຕາມຄຳຮຽກຮ້ອງຂອງອຳນາດການປົກຄອງ Damascus.

leftcenterrightdel
ພົນທະຫານອີຣານ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດອີຣານ Mohammad Javad Zarif ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນກ່າວປະນາມຫຼັກໝັ້ນຂອງອາເມລິກາ ຕໍ່ຂໍ້ຕົກລົງນິວເຄຼຍປະຫວັດສາດ  ເຊິ່ງບັນດາປະເທດໄດ້ລົງນາມພ້ອມກັບ ອີຣານໃນແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ປີ 2015. ໃນຈົດໝາຍຝາກເຖິງຄູ່ຕຳແໜ່ງຂອງບາງປະເທດອື່ນ,  ທ່ານລັດຖະມົນຕີກະຊວງການຕ່າງປະເທດອີຣານ Mohammad Javad Zarif ໄດ້ກ່າວເຕືອນກ່ຽວກັບຜົນອັນຕະລາຍທີ່ຈະຕາມມາຂອງການຖອນຕົວອອກຈາກ JCPOA ຢ່າງຜິດກົດໝາຍ ແລະຕາມລຳພັງໃຈຂອງອາເມລິກາ. ເລື່ອງອາເມລິກາ ຖອນຕົວອອກຈາກ JCPOA ແມ່ນສິ່ງທ້າທາຍສຳລັບບັນດາເປົ້າໝາຍ ແລະຫຼັກການຂອງກົດບັດສະຫະປະຊາຊາດ.

 

ແຫຼ່ງຄັດຈາກ vovworld.vn