ນີ້ໄດ້ຮັບຖືວ່າແມ່ນສັນຍາລັກແຫ່ງຄວາມມານະພະຍາຍາມຊຸກຍູ້ການໄກ່ເກ່ຍຄວາມປອງດອງ ແລະທ້ອນໂຮມເຂົ້າກັນໃຫ້ເປັນເອກະພາບລະຫວ່າງ 2 ພາກເກົາຫຼີ.

leftcenterrightdel
ໂມງຢູ່ຫ້ອງວ່າການສຳນັກງານປະທານາທິບໍດີ ສ.ເກົາຫຼີ ຊີ້ບອກເວລາຢູ່ ເຊອຸນ (ຢູ່ເບື້ອງຊ້າຍ) ແລະ ໂມງຊີ້ບອກເວລາຢູ່ ພຽງຢາງ (ຢູ່ເບື້ອງຂວາ) ພາບ:  EPA/TTXVN

ກ່ອນໜ້ານັ້ນ, ວັນທີ 30 ເມສາ, ຄະນະປະທານສະພາປະຊາຊົນສູງສຸດ (ໝາຍຄວາມວ່າແມ່ນ ສະພາແຫ່ງຊາດ) ໄດ້ຕົກລົງດັດປັບເຂັມໂມງຂອງ 2 ພາກເກົາຫຼີ ໃຫ້ຖືກກັນ. ການກະທຳຂອງ ພຽງຢາງ ໄດ້ຖືກຍົກອອກມາພາຍຫລັງການນຳ Kim Jong-un ໄດ້ສະເໜີຢ່າງກະທັນຫັນໃຫ້ດັດປັບເຂັມໂມງຂອງປະເທດນີ້ທີ່ໄວກວ່າ 30 ນາທີ ເພື່ອໃຫ້ຖືກກັບເຂັມໂມງຂອງ ສ.ເກົາຫຼີ, ໃນການພົບປະສຸດຍອດກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເມື່ອວັນທີ 27 ເມສາ ຜ່ານມາ.

ແຫຼ່ງຄັດຈາກ vovworld.vn