ໃນການໂອ້ລົມສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ Vladimir Putin ໃນວັນທີ 29 ເມສາ, ການນຳ ສ.ເກົາຫຼີ Moon Jae in ໄດ້ຕີລາຄາສູງການສະໜັບສະໜູນຂອງລັດເຊຍ ສຳລັບຜົນສຳເລັດຂອງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນວັນທີ 27 ເມສາຜ່ານມາ, ພ້ອມທັງສະເໜີທ່ານປະທານາທິບໍດີລັດເຊຍ ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມດ້ານການທູດຂອງເຊີອຸນ ສຳລັບພຽງຢາງ.

leftcenterrightdel
ການນຳ ສປປ.ເກົາຫຼີ Kim Jong-un ແລະທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໃນການພົບປະຢູ່ Panmunjom. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຊົມເຊີຍໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະສປປ.ເກົາຫຼີ. ທ່ານປະທານາທິບໍດີລັດເຊຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ສ.ເກົາຫຼີ ແລະລັດເຊຍ ດຳເນີນບັນດາຮ່າງໂຄງການຮ່ວມມື 3 ຝ່າຍກັບ ສປປ.ເກົາຫຼີ ເພື່ອແນໃສ່ຮັບປະກັນ ແລະຮັດແໜ້ນສັນຕິພາບລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

 

ແຫຼ່ງຄັດຈາກ: vovworld