ໃນແຈ້ງການຮ່ວມ, ທ່ານນາງ Cecilia Malmstrom ກຳມະການອີຢູ ຮັບຜິດຊອບດ້ານການຄ້າ , ທ່ານ Phil Hogan ກຳມະການອີຢູ ຮັບຜິດຊອບດ້ານກະສິກຳ ແລະພັດທະນາຊົນນະບົດ  ແລະທ່ານ Ildefonso Guajardo ລັດຖະມົນຕີເສດຖະກິດເມັກຊີໂກ , ໃຫ້ຮູ້ວ່າ, ເມື່ອທຽບໃສ່ສັນຍາສະບັບເກົ່າປີ 2000, FTA ໄດ້ຍົກລະດັບລະຫວ່າງ 2 ຝ່າຍ ທີ່ໄດ້ເພີ່ມເຕີ່ມບັນດາຜະລິດຕະພັນກະສິກຳ, ການບໍລິການ, ການລົງທຶນ, ການຊື້ຂາຍພາກລັດ, ພ້ອມກັບບັນດາມາດຕະຖານແຮງງານ ແລະປົກປັກຮັກສາສິ່ງແວດລ້ອມ.

leftcenterrightdel
2 ຝ່າຍລ້ວນແຕ່ເປີດອົກເປີດໃຈກັບວົງການວິສາຫະກິດ, ເຊື່ອໝັ້ນຕໍ່ການຄ້າ “ເປີດອົກເປີດໃຈ, ຍຸຕິທຳ ແລະ ໝັ້ນຄົງ”. ພາບ: AFP.

ທ່ານກຳມະການ Malmstrom ຢືນຢັນວ່າ, ຂໍ້ຕົກລົງສະບັບໃໝ່ແມ່ນສັນຍານຊີ້ໃຫ້ເຫັນວ່າ ທັງອີຢູ ແລະ ເມັກຊີໂກ ບໍ່ພຽງແຕ່ສ້າງບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດເທົ່ານັ້ນ, ຫາກຍັງສົ່ງສັນຍາກັບໂລກວ່າ, 2 ຝ່າຍລ້ວນແຕ່ເປີດອົກເປີດໃຈກັບວົງການວິສາຫະກິດ, ເຊື່ອໝັ້ນຕໍ່ການຄ້າ “ເປີດອົກເປີດໃຈ, ຍຸຕິທຳ ແລະໝັ້ນຄົງ”.

 

ແຫຼ່ງຄັດຈາກ: vovworld