ການເລືອກຕັ້ງປະທານາທິບໍດີ ປີ 2018 ຢູ່ ລັດເຊຍ ແມ່ນການແຂ່ງຂັນກັນລະຫວ່າງຜູ້ສະໝັກຮັບເລືອກຕັ້ງແຖວໜ້າ 8 ຄົນ, ລວມມີ: Sergei Baburin, Pavel Grudinin, Vladimir Zhirinovsky, Vladimir Putin, Ksenia Sobchak, Maxim Suraykin, Boris Titov ແລະ Grigory Yavlinsky. ດ້ວຍອັດຕາສ່ວນສະໜັບສະໜູນ ຍາມໃດກໍ່ຢູ່ໃນລະດັບສູງ, ພວມຄອງຕຳແໜ່ງປະທານາທິບໍດີທ່ານ Putin ໄດ້ຮັບການຄາດຄະເນວ່າ ອາດຈະໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີລັດເຊຍ ຄືນໃໝ່.

leftcenterrightdel
ເວລາ 5 ໂມງ 00 ນາທີ (ຕາມເວລາທ້ອງຖິ່ນ) ປະຊາຊົນ Moscow ເລີ່ມຕົ້ນປະຕິບັດພັນທະພົນລະເມືອງຂອງຕົນໄປປ່ອນບັດເພື່ອເລືອກຕັ້ງການນໍາປະເທດໃນ 6 ປີ ຈະມາເຖິງ. ພາບ: Reuters.

ຕາມໝາກຜົນບັນດາການຢັ່ງຫາງສຽງຄັ້ງຫຼ້າສຸດ ແລະກໍ່ແມ່ນຄັ້ງສຸດທ້າຍກ່ອນການເລືອກຕັ້ງທີ່ປະກາດໃນວັນທີ 12 ມີນາ, ທ່ານປະທານາທິບໍດີ Putin ຍັງໄດ້ຮັບການສະໜັບສະໜູນປະມານ 69% ຈໍານວນຜູ້ມີສິດເລືອກຕັ້ງ,  ສືບຕໍ່ນຳໜ້າໄປໄກຈາກຄູ່ແຂ່ງທີສອງ ນັ້ນແມ່ນຜູ້ສະໝັກຮັບເລືອກຕັ້ງພັກກອມມູນິດ ລັດເຊຍ Pavel Grudinin ມີພຽງໄດ້ຮັບແຕ່  7% ເທົ່ານັ້ນ.

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Putin ໄປປ່ອນບັດຢູ່ Moscow. ພາບ: Reuters.

ກ່ອນມື້ເລືອກຕັ້ງຢ່າງເປັນທາງການວັນທີ 18 ມີນາ, ຜູ້ມີສິດເລືອກຕັ້ງລັດເຊຍ ກວ່າ 100.000 ຄົນຢູ່ບັນດາເຂດຫ່າງໄກ ແລະຢູ່ຕ່າງປະເທດໄດ້ໄປປ່ອນບັດກ່ອນ. ຄາດຄະເນວ່າ, ການປ່ອນບັດຈະສິ້ນສຸດລົງໃນເວລາ 20 ໂມງ 00 ນາທີ ຂອງວັນທີ 18 ມີນາ, ຕາມບັນດາຊົ່ວໂມງໃນຜືນແຜ່ນດິນປະເທດ ລັດເຊຍ.

 

ແປໂດຍ: ເຈິ່ນຮວ່ຽນ