ອົງການຂ່າວສານ Sputnik ຄັດຂໍ້ມູນຈາກ CEN ໃຫ້ຮູ້ວ່າ, ມີເກືອບ 83% ໃນຈຳນວນຜູ້ມີສິດເລືອກຕັ້ງກູບາ ທັງໝົດກວ່າ 8,9 ລ້ານຄົນໄດ້ໄປປ່ອນບັດໃນການເລືອກຕັ້ງວັນທີ 11 ມີນາ ທີ່ຜ່ານມາ.

leftcenterrightdel
ຜູ້ມີສິດເລືອກຕັ້ງກູບາ  ໄປປ່ອນບັດຢູ່ສະຖານທີ່ເລືອກຕັ້ງຢູ່ນະຄອນ Santa Clara ໃນວັນທີ 11 ມີນາ. ພາບ: financetime.org.

ກ່າວຄໍາເຫັນໃນການປະຊຸມຂ່າວວັນທີ 12 ມີນາ, ປະກາດຜົນເບື້ອງຕົ້ນຂອງການເລືອກຕັ້ງນີ້, ທ່ານນາງ Alina Balseiro, ປະທານ CEN ໃຫ້ຮູ້ວ່າ, ສະມາຊິກສະພາແຫ່ງຊາດ 605 ຄົນໄດ້ເລືອກຕັ້ງດ້ວຍຈຳນວນບັດສະໜັບສະໜູນແມ່ນກວມກວ່າເຄິ່ງໜຶ່ງ, ຖືກຕາມກຳນົດຂອງກົດໝາຍ. ເປັນໜ້າເອົາໃຈໃສ່, ອັດຕາສ່ວນເພດຍິງກວມເຖິງ 53,22% ໃນຈຳນວນສະມາຊິກສະພາແຫ່ງຊາດຊຸດໃໝ່ຂອງກູບາ ກາຍເປັນປະເທດທີ່ມີອັດຕາສ່ວນເພດຍິງເປັນສະມາຊິກລັດຖະສະພາອັນດັບທີສອງໃນໂລກ, ພຽງແຕ່ຖັດຈາກ Rwanda ເທົ່ານັ້ນ. ສະມາຊິກທັງໝົດນີ້ລ້ວນແຕ່ຮຽນຈົບຂັ້ນມັດທະຍົມຕອນປາຍ, ໃນນັ້ນ 86% ທີ່ມີລະດັບການສຶກສາຈາກປະລິນຍາຕີຂຶ້ນໄປ.

ຕາມແຜນການ, ສະພາແຫ່ງຊາດຊຸດທີ VIII ຂອງກູບາ ຈະສະເໜີຕົວ ແລະປະຊຸມວາລະທໍາອິດໃນວັນທີ 19 ເມສາ ຢ່າງເປັນທາງການ, ພ້ອມທັງເລືອກຕັ້ງປະທານສະພາແຫ່ງລັດ ແລະລັດຖະມົນຕີ, ປະທານສະພາແຫ່ງຊາດ, ຮອງປະທານປະເທດຜູ້ທີໜຶ່ງພ້ອມກັບບັນດາສະມາຊິກການນໍາອື່ນ.

 

ແປໂດຍ: ເຈິ່ນຮວ່ຽນ