ຕາມນັກຂ່າວຂອງສໍານັກຂ່າວສານຫວຽດນາມ ປະຈຳ ຈີເລ, ທີ່ພິທີໄຂການປະຊຸມຂ່າວ, ທ່ານ Healdo Muños  ລັດຖະມົນຕີການຕ່າງປະເທດ ຈີເລ ໃຫ້ຮູ້ວ່າ, ບັນດາປະເທດເຂົ້າຮ່ວມພິທີລົງນາມໃນສັນຍາ CPTPP  ຫວັງວ່າຄວາມກ້າວໜ້າ ແລະການເຕີບໂຕເສດຖະກິດຈະມາຫາທຸກປະເທດສະມາຊິກ, ພ້ອມທັງເປັນສັນຍານຊີ້ໃຫ້ເຫັນຢ່າງແຮງຕໍ່ບັນດາກໍາລັງດັນປົກປ້ອງເພື່ອພື້ນຖານການຄ້າໂລກເປີດ, ບໍ່ມີການລົງໂທດຝ່າຍດຽວ ແລະກໍ່ບໍ່ມີການນາບຂູ່ກ່ຽວກັບສົງຄາມການຄ້າ.

leftcenterrightdel
11 ປະເທດສະມາຊິກລົງນາມໃນສັນຍາ CPTPP  ໃນວັນທີ 8 ມີນາ. ພາບ: Reuters.

ໃນຂະນະນັ້ນ, ທ່ານ Toshimitsu Motegi ລັດຖະມົນຕີຮັບຜິດຊອບນະໂຍບາຍເສດຖະກິດ ແລະການເງິນ ຍີ່ປຸ່ນ ຕີລາຄາວ່າ, ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍຫຼາຍຮູບຫຼາຍແບບ ແລະຄວາມຫຍຸ້ງຍາກ, CPTPP ເປັນຜົນງານປະຫວັດສາດຊ່ວຍສ້າງບັນດາຫຼັກການເສລີພາບ ແລະຍຸຕິທໍາໃນສັດຕະວັດທີ 21 ຢູ່ອາຊີ-ປາຊີຟິກ. ກ່ຽວກັບຄວາມສາມາດທີ່ ອາເມລິກາ ອາດຈະກັບຄືນສູ່ສັນຍາ, ທ່ານ Toshimitsu Motegi ສະແດງໃຫ້ເຫັນຄວາມພ້ອມໃນການເປີດປະຕູຕ້ອນຮັບຍ້ອນສັນຍາ CPTPP ນີ້ບໍ່ແມ່ນຂໍ້ຕົກລົງຕ້ານປະເທດໃດໜຶ່ງ, ພ້ອມທັງຢືນຢັນວ່າບໍ່ພຽງແຕ່ ອາເມລິກາ ເທົ່ານັ້ນຫາກຍັງບໍ່ວ່າປະເທດໃດມີຄວາມຕ້ອງການກໍ່ລ້ວນແຕ່ເຂົ້າຮ່ວມໄດ້, ຖ້າຍອມຮັບບັນດາມາດຕາໃຫ້ຄໍາໝັ້ນສັນຍາຂອງສັນຍາສະບັບນີ້. ທ່ານກໍ່ຖືວ່າ, ກໍາລັງແຮງຂອງສັນຍາ CPTPP ຈະກາຍເປັນເຄື່ອງມືຕໍ່ກໍາລັງແຮງໃຫ້ແກ່ການຄ້າສາກົນ, ຊ່ວຍຊຸກຍູ້ການເຕີບໂຕ, ສ້າງວຽກເຮັດງານທໍາ ແລະຫຼຸດຜ່ອນຄວາມທຸກຍາກ.

ສ່ວນທ່ານ Francois-Philippe Champagne ລັດຖະມົນຕີການຄ້າສາກົນ ການາດາ ຢືນຢັນວ່າຕົນເອງມີຄວາມເອກອ້າງທະນົງໃຈທີ່ສຸດເພາະໄດ້ພິສູດໃຫ້ໂລກເຫັນວ່າຄວາມກ້າວໜ້າການຄ້າແມ່ນເສັ້ນທາງທີ່ຄັດເລືອກຖືກຕ້ອງໃຫ້ແກ່ອະນາຄົດ.

ກ່ອນໜ້ານັ້ນໃນວັນດຽວກັນ, ພິທີລົງນາມໃນສັນຍາ CPTPP ໄດ້ດໍາເນີນຢູ່ Santiago, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 11 ປະເທດລວມມີ: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະຫວຽດນາມ.

 

ແປໂດຍ: ຮວ່າງເຈື່ອງ