ທ່ານນາຍົກລັດຖະມົນຕີ Modi ໄດ້ພົບປະກັບທ່ານ Philippe ຢູ່ນອກກອງປະຊຸມສຸດຍອດລັດຖະບານ ຊຶ່ງໄດ້ຈັດຕັ້ງຢູ່ Dubai ຂອງສະຫະລັດ ອາຣັບ ເອມີເລັດ (UAE). ການນຳ ສອງທ່ານໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ທ່ານ Modi ໃຫ້ຮູ້ວ່າ: ທ່ານພວມລໍຖ້າການຢ້ຽມຢາມຂອງທ່ານປະທານາທິບໍດີ Emmanuel Macron ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi.  ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ພໍແດ່ມາຮອດ UAE, ທ່ານນາຍົກລັດຖະມົນຕີ ອິນເດຍ Modi ໄດ້ພົບປະກັບອົງມົງກຸດລາດຊະກຸມມານ Abu Dhabi Mohamed bin Zayed Al Nahyan ແລະ ມີການເຈລະຈາທີ່ສຳຄັນກັບພະອົງ.

ໃນວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ Modi ໄດ້ພົບປະກັບທ່ານຮອງປະທານາທິບໍດີ, ນາຍົກລັດຖະມົນຕີ UAE Mohammed bin Rashid Al Maktoum ແລະ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາວິທີການ ເພື່ອເປີດກ້ວາງການຮ່ວມມືສອງຝ່າຍໃນບັນດາຂົງເຂດການຄ້າ, ການປ້ອງກັນຊາດ ແລະການພົວພັນແລກປ່ຽນປະຊາຊົນ.

ທີ່ການພົບປະເຈລະຈາກັບກະສັດ ໂອມານ Qaboos bin Said al Said,  ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືໃນບັນດາຂົງເຂດການຄ້າ ແລະ ການລົງທຶນ, ພະລັງງານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…ແລະ ບັນດາບັນຫາພາກພື້ນ.

ແຫຼ່ງຄັດຈາກ vovworld.vn