leftcenterrightdel
ໂຮງງານຂອງກຸ່ມບໍລິສັດນໍ້າມັນ Gazprom ຢູ່ Sochi, ລັດເຊຍ. ພາບ: AFP

ກຸ່ມບໍລິສັດນໍ້າມັນ Gazprom ຂອງລັດເຊຍ ໃຫ້ຮູ້ວ່າ, ໃນເດືອນມັງກອນ 2018, ລັດເຊຍ ໄດ້ສໍາເລັດຕົວເລກສະຖິຕິກ່ຽວກັບແຫຼ່ງສະໜອງ ປີ 2017 ໃຫ້ ເອີລົບ ແລະຕວກກີ. ດ້ວຍຈຳນວນອາຍແກັສແມ່ນ 193,9 ຕື້ແມັດກ້ອນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ແຫຼ່ງສະໜອງ ປີ 2016, ສິ່ງດັ່ງກ່າວບໍ່ພຽງແຕ່ແມ່ນຜົນງານດ້ານການເງິນໃຫ້ແກ່ Gazprom ເທົ່ານັ້ນ, ຫາກຍັງແມ່ນ “ໄຊຊະນະດ້ານການເມືອງ” ໃນສະຖານະການທີ່ການພົວພັນດ້ານການທູດລະຫວ່າງລັດເຊຍ ແລະອີຢູ ພວມຢູ່ໃນລະດັບຕໍ່າທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2.

 

ແປໂດຍ: ທູຈາງ