ນີ້ແມ່ນພິທີສະເຫຼີມສະຫຼອງມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ກໍາປູເຈຍ. ກ່າວຄໍາເຫັນທີ່ພິທີ, ທ່ານ ສົມເດັດ ຮຸນແຊນ ປະທານພັກ CPP, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ຢັ້ງຢືນວ່າ: “ໄຊຊະນະວັນທີ 7 ມັງກອນ 1979 ແມ່ນໄຊຊະນະຄັ້ງປະຫວັດສາດ, ໄດ້ກູ້ຊ່ວຍຊີວິດອິນຊີຫຼາຍລ້ານຄົນໃຫ້ຫຼຸດພົ້ນອອກຈາກການຂ້າຟັນລັນແທງຂອງລະບອບດັບສູນເຊື້ອຊາດ Pol Pot, ລະບອບດັບສູນເຊື້ອຊາດໂຫດຫ້ຽມທີ່ສຸດ, ເປີດສັງກາດໃໝ່ໃຫ້ແກ່ກໍາປູເຈຍ, ສັງກາດແຫ່ງເອກະລາດ, ອິດສະຫຼະພາບ, ປະຊາທິປະໄຕ ແລະພັດທະນາສັງຄົມ”.

leftcenterrightdel
ທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ກໍາປູເຈຍ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ສົມເດັດ ຮຸນແຊນ ປະທານພັກ CPP ເນັ້ນໜັກວ່າ, ພິທີສະເຫຼີມສະຫຼອງໄດ້ຮັບການຈັດຕັ້ງເພື່ອ “ລະນຶກເຖິງບຸນຄຸນອັນໃຫຍ່ຫຼວງຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດແນວໂຮມສາມັກຄີປົດປ່ອຍຊົນຊາດກໍາປູເຈຍ ແລະທະຫານອາສາສະໝັກຫວຽດນາມ ໄດ້ອຸທິດເລືອດເນື້ອຂອງຕົນໃນພາລະກິດໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot, ນໍາມາເຊິ່ງການຟື້ນຟູໃຫ້ຊົນຊາດ ແລະປະເທດກໍາປູເຈຍຄືນໃໝ່. ທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ ກໍ່ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງເຖິງປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກທີ່ໄດ້ສະຫງວນການສະໜັບສະໜູນຢ່າງຈິງໃຈໃຫ້ແກ່ພາລະກິດອັນສູງສົ່ງນີ້.

 

ແປໂດຍ: ຮວ່າງເຈື່ອງ