leftcenterrightdel
ຝລັ່ງ, ເຢຍລະມັນກະຕຸກຊຸກຍູ້ການປະຕິບັດມາດຕະການສັນຕິພາບຢູ່ພາກຕາເວັນອອກຢູແກຼນ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຖະແຫຼງການຮ່ວມ, ການນຳ 2 ທ່ານຖືວ່າບໍ່ມີວິທີໃດສາມາດປ່ຽນແທນມາດຕະການສັນຕິພາບ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຍົກອອກບັນດາມາດຕະການທີ່ອາດພິສຸດໄດ້ໂດຍທັນທີເພື່ອແນໃສ່ແກ້ໄຂສະພາບການຂາດສະຖຽນລະພາບຄືໃນປະຈຸບັນ. ການນຳ 2 ທ່ານໄດ້ເນັ້ນໜັກວ່າ, ບັນດາຝ່າຍຄວນປະຕິບັດການຖອນທະຫານ, ກໍຄືເກັບຄືນບັນດາອາວຸດປະເພດໜັກຄື: ລົດຕັງ, ລູກປືນໃຫຍ່, ບັນດາສາງອາວຸດ… ທີ່ໄດ້ຮັບຄວາມເຫັນດີນຳກັນແລ້ວ. ນອນນັ້ນ, ບັນດາຂໍ້ມາດຕາຂອງຂໍ້ຕົກລົງ Minsk ຄື: ຖອນບັນດາກຳລັງຕ່າງປະເທດຫຼືຜັນຂະຫຍາຍກຳລັງຄວບຄຸມເຂດຊາຍແດນລັດເຊຍ-ຢູແກຼນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ.

ແຫຼ່ງຄັດຈາກ VOVWORLD.VN