ນີ້ເປັນຄັ້ງທຳອິດທີ່ມີຊາວ ສ.ເກົາຫຼີ ຄົນໜຶ່ງໄດ້ຮັບດຳລົງຕຳແໜ່ງດັ່ງກ່າວ ນັບແຕ່ເມື່ອປະເທດນີ້ເຂົ້າເປັນສະມາຊິກ UNESCO ໃນປີ 1950.

leftcenterrightdel
ທ່ານນາງອະດີດເລຂາທິການໃຫຍ່ UNESCO Irina Bokova  ແລະ ທ່ານ Lee Byong-hyun (ພາບ: unesco)

ວັນທີ 16 ພະຈິກ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ທ່ານ Lee ຍາດໄດ້ບັດສະໜັບສະໜູນ 32 ບັດໃນຈຳນວນ 55 ປະເທດສະມາຊິກໃນການປ່ອນບັດເລືອກຕັ້ງທີ່ວາລະປະຊຸມເທື່ອທີ 203 ຂອງສະພາບໍລິຫານງານຢູ່ສຳນັກງານຂອງ UNESCO ທີ່ Paris ປະເທດ ຝະຣັ່ງ. ຝ່າຍ ສ.ເກົາຫຼີ ແຈ້ງໃຫ້ຮູ້ວ່າລັດຖະບານ ສ.ເກົາຫຼີ ດ້ວຍບົດບາດເປັນປະເທດສະມາຊິກຂອງສະພາບໍລິຫານງານຈະໜູນຊ່ວຍທ່ານ Lee ຮັບດຳລົງຕຳແໜ່ງໃໝ່ຢ່າງສຸດຈິດສຸດໃຈ ເພື່ອຊຸກຍູ້ສັນຕິພາບ ແລະການຮ່ວມມື.

ແຫຼ່ງຄັດຈາກ vovworld.vn