ທ່ານຮອງປະທານ VFF ກາວວັນຈ໊ອງ ຊີ້ແຈ້ງວ່າທີ່ກອງປະຊຸມບານເຕະຂັ້ນສູງ FIFA 2018 – 2019 ເຊິ່ງຫາກໍ່ດຳເນີນຢູ່ຕວກກີ ນັ້ນ, FIFA ໄດ້ສຳຫຼວດຄຳເຫັນຂອງບັນດາອົງການຈັດຕັ້ງບານເຕະກ່ຽວກັບແນວຄວາມຄິດກໍ່ຄືລັກສະນະຄວາມເປັນໄປໄດ້ຂອງເລື່ອງເພີ່ມທີມບານເຕະເຂົ້າຮ່ວມ World Cup 2022 ຂຶ້ນເປັນ 48 ທີມ. ຕາມນັ້ນແລ້ວ, ມີບັດເຫັນດີ 9/12 ບັດທີ່ຕາງໜ້າອົງການຈັດຕັ້ງບານເຕະໂລກທີ່ເຂົ້າຮ່ວມກອງປະຊຸມສະໜັບສະໜູນແນວຄວາມຄິດດັ່ງກ່າວຂອງ FIFA ຍ້ອນຈະນຳມາເຊິ່ງກາລະໂອກາດຫຼາຍກວ່າໃຫ້ແກ່ບັນດາພື້ນຖານບານເຕະທີ່ພວມພັດທະນາ, ໃນນັ້ນມີຫວຽດນາມ. ທ່ານ Gianni Infantino, ປະທານ FIFA ສະແດງໃຫ້ເຫັນຄວາມປະເອີບໃຈຕໍ່ເລື່ອງເພີ່ມຈຳນວນທີມບານເຕະເຂົ້າຮ່ວມ World Cup 2022 ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn