ປີນີ້, ສະໂມສອນ Viettel ເລີ່ມເຮັດວຽກແຕ່ວັນທີ 4 ເດືອນຈຽງໄລ່ຕາມຈັນທະປະຕິທິນປີກຸນ. ໂດຍແມ່ນທີມບານເຕະໃໝ່ຂອງ V-League 2019 ແຕ່ສະໂມສອນ Viettel ພັດແມ່ນທີມເຄື່ອນໄຫວຢ່າງຟົດຟື້ນທີ່ສຸດໃນຕະຫຼາດໂອນກຳມະສິດ. ກ່ອນນີ້ບໍ່ດົນປານໃດ, ທີມບານເຕະທະຫານໄດ້ເຊັນສັນຍາກັບຄູຝຶກຊາວ ສ.ເກົາຫຼີ Lee Heung-sil. ຢູ່ ສ.ເກົາຫຼີ, ຄູຝຶກ Lee ແມ່ນຄູຝຶກທີ່ມີປະສົບການຫຼາຍ, ເຄີຍເຮັດວຽກຢູ່ສະໂມສອນ Jeonbuk Hyundai Motors ແລະ Ansan Mugunghwa. ນອກຈາກນັ້ນ, ຄະນະຄູຝຶກຍັງມີຜູ້ຊ່ວຍວຽກ ຫງວຽນຫາຍບຽນ - ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນການຊ່ວຍທີມບານເຕະຍົກອັນດັບທີ່ V-League 2019.

leftcenterrightdel
ການຝຶກແອບຂອງບັນດານັກເຕະບານໃນສະໂມສອນ Viettel. ພາບ: ຫຶ໊ວເຈື໋ອງ.

ກ່ອນໜ້ານັ້ນ, ສະໂມສອນ Viettel ໄດ້ເຊັນສັນຍາຫຼາຍສະບັບທີ່ມີຄຸນນະພາບ. ພົ້ນເດັ່ນແມ່ນເລື່ອງທີມບານເຕະໄດ້ເຊັນສັນຍາຮັບເອົາກອງຫຼັງ ເກ໋ງອັກຫາຍ ຫົວໜ້າທີມຊາດຫວຽດນາມ. ການມີໜ້າຂອງກອງຫຼັງ ເກ໋ງອັກຫາຍ ພ້ອມກັບນັກເຕະບານ ບຸ່ຍຕ໋ຽນຢູ້ງ ຈະສ້າງເປັນຄູ່ກອງຫຼັງທີ່ມີຄຸນນະພາບ, ມີປະສົບການຫຼາຍໃຫ້ແກ່ສະໂມສອນ Viettel. ພາຍຫຼັງທີ່ເຊັນສັນຍາຮັບເອົາກອງຫຼັງ ເກ໋ງອັກຫາຍ ແລ້ວ, ສະໂມສອນ Viettel ກໍ່ເຊັນສັນຍາຮັບເອົາກອງກາງ ຫວູມີງຕ໋ວນ ຈາກສະໂມສອນແທງຮວ໋າ.

ບໍ່ພຽງແຕ່ເຊັນສັນຍາກັບບັນດານັກເຕະບານພາຍໃນປະເທດທີ່ມີຄຸນນະພາບເທົ່ານັ້ນ, ສະໂມສອນ Viettel ຍັງເຊັນສັນຍາກັບນັກເຕະບານຕ່າງປະເທດອີກດ້ວຍ. ສະໂມສອນ Viettel ຫາກໍ່ເຊັນສັນຍາກັບນັກເຕະບານຊາວບຣາຊີນ 3 ຄົນ, ລວມມີ: ກອງຫຼັງ Gustavo; ກອງກາງ Kayo ແລະກອງໜ້າ De Souza. ທ່ານ ຫງວຽນຫາຍບຽນ ຢືນຢັນວ່າ: “ພວກຂ້າພະເຈົ້າເພິ່ງພໍໃຈຕໍ່ກໍາລັງນັກເຕະບານໃນປະຈຸບັນ. ຄະນະຄູຝຶກໄດ້ເລືອກເຟັ້ນບັນດານັກເຕະບານໃໝ່ຢ່າງລະອຽດລະອໍ...”

ພາຍຫຼັງຄົບຖ້ວນດ້ານຈຳນວນແລ້ວ ສະໂມສອນ Viettel ພວມຮີບເຮັ່ງຝຶກແອບຍຸດທະວິທີ, ກະກຽມໃຫ້ແກ່ການແຂ່ງຂັນເປີດສາກ  V-League 2019 ກັບ ທີມ SHB ດ່າໜັ້ງ (ໃນຕອນບ່າຍວັນທີ 24 ກຸມພາ). ດ້ວຍບັນດານັກເຕະບານທີ່ມີຄຸນນະພາບພາຍໃຕ້ການຝຶກແອບຂອງຖັນແຖວຄູຝຶກມີມືອາຊີບທີ່ມາຈາກ ສ.ເກົາຫຼີ, ຫວັງວ່າສະໂມສອນ Viettel ຈະສ້າງໄດ້ຫຼາຍຜົນງານທີ່ແປກປະຫຼາດ. ເມື່ອແບ່ງປັນກ່ຽວກັບເປົ້າໝາຍຂອງ ສະໂມສອນ Viettel ຢູ່ V-League 2019, ທ່ານພັນໂທ ຮ່າຫຶ໊ວຕ໋າມ, ເລຂາຄະນະພັກ, ຮອງຜູ້ອໍານວຍການສູນກິລາ Viettel ໃຫ້ຮູ້ວ່າ: “ສະໂມສອນ Viettel ບໍ່ວາງເປົ້າໝາຍບັນລຸໄດ້ຜົນງານສູງແຕ່ຈະຕັດສິນໃຈນໍາມາເຊິ່ງແບບວິທີເຕະບານທີ່ງາມຕາ, ເພື່ອຮັບໃຊ້ໃຫ້ແຟນບານ. ທີມບານເຕະຈະມານະພະພາຍາມແຂ່ງຂັນທີ່ດີໃນແຕ່ລະນັດ, ຖອດຖອນບົດຮຽນຜ່ານການແຂ່ງຂັນ V-League”.

ໂດຍ: ບົວພອນ