ສື່ມວນຊົນ ສ.ເກົາຫຼີ ໄດ້ໃຫ້ຂ່າວ ກ່ຽວກັບຄູເຝິກ Park Hang-seo  ແລະທິມຊາດບານເຕະຊາຍຫວຽດນາມ ໃນໜ້າທໍາອິດຢ່າງຕໍ່ເນື່ອງ. ໜັງສືພິມ ສ.ເກົາຫຼີີ ຫຼາຍສະບັບ ຖືວ່າເລື່ອງຄູຝຶກ Park Hang-seo ຊັກຈູງທິມຊາດບານເຕະຫວຽດນາມ ຍາດໄດ້ໄຊຊະນະໃນນັດແຂ່ງຂັນສຸດທ້າຍໄດ້ປຸກລຸກນໍ້າໃຈຊົນຊາດ ທັງຢູ່ຫວຽດນາມ ແລະ ສ.ເກົາຫຼີ. ໂທລະພາບ SBS, ເຊິ່ງເປັນ ໂທລະພາບໃຫຍ່ແຫ່ງໜຶ່ງໃນຈໍານວນ 3 ແຫ່ງຂອງ ສ. ເກົາຫຼີ ໄດ້ຕັດສິນໂຈະການສາຍໜັງຫຼາຍເລື່ອງທີ່ຜູ້ຊົມຜູ້ຊົມນິຍົມເບິ່ງ ເພື່ອອອກອາກາດນັດແຂ່ງຂັນຮອບຊິງຊະນະເລີີດ AFF Cup. ອັດຕາສ່ວນຜູ້ຮັບຊົມນັດແຂ່ງຂັນດັ່ງກ່າວມີເຖິງ 18,1%, ເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ອັດຕາສ່ວນຜູ້ເບິ່ງໜັງ.

leftcenterrightdel
ຫວຽດນາມ ເປັນແຊັມ AFF Cup 2018. ພາບ: qdnd.vn.

ໃນສື່ສັງຄົມອອນລາຍ, ທ່ານ Park Hang-seo ໄດ້ຮັບການຊົມເຊີຍເໝືອນດັ່ງນັກວິລະຊົນ, ຜູ້ທີ່ໄດ້ສ້າງຊື່ສຽງໃຫ້ແກ່ພາບພົດຂອງ ສ.ເກົາຫຼີ ຢູ່ຕ່າງປະເທດດ້ວຍເລື່ອງປັບປຸງທີ່ຕັ້ງຂອງທິມຊາດບານເຕະຫວຽດນາມ ໃຫ້ດີຂຶ້ນຫຼາຍພໍສົມຄວນ.

ແຫຼ່ງຄັດຈາກ: vovworld.vn