ຕາມຕາຕະລາງຈັດອັນດັບເດືອນ ຕຸລາ 2018  ທີ່ຫາກໍ່ໄດ້ສະຫະພັນບານເຕະໂລກ (FIFA) ຫາກໍ່ໄດ້ປະກາດໃນວັນທີ 25 ຕຸລາແລ້ວ, ດ້ວຍຄະແນນ  1.732, ທີມບານເຕະຝລັ່ງ ພວມຄອງແຊັມໂລກ ຖືກປີສາດແດງ ແບນຊິກ ແຊງຂຶ້ນໜ້າຢືນອັນດັບທີ 1 ຂອງໂລກ (ດ້ວຍຄະແນນ 1.733).

ໃນຂະນະນັ້ນ, ທີມບານເຕະອັງກິດ ໄດ້ເລື່ອນຂຶ້ນ 1 ຂັ້ນ ແລະໄດ້ຈັດເຂົ້າໃນ Top 5 ທີມທີ່ມີຄວາມແຂງແກ່ນທີ່ສຸດໃນໂລກ.

leftcenterrightdel
ນັກເຕະ ກວາງຫາຍ ຂອງທີມຊາດຫວຽດນາມ. ພາບ: the-afc.com

ເບິ່ງລວມແລ້ວ Top 10 ທີມບານເຕະໂລກ ຂອງຕາຕະລາງຈັດອັນດັບ FIFA ເດືອນຕຸລາ 2018 ນີ້ບໍ່ມີການຫັນປ່ຽນຫຼາຍເມື່ອທຽບໃສ່ເດືອນກັນຍາຜ່ານມາ. ອັນດັບທີ 7, 8, 9 ແລະ 10 ຍັງໄດ້ແກ່ທີມ ປັອກຕຸຍການ, ສະວິດ, ແອັດສະປາຍ ແລະແດນມາກ.

ດ້ວຍຄະແນນ 1.220, ທີມບານເຕະຫວຽດນາມ ຍັງຄົງຮັກສາອັນດັບທີ 102 ໃນໂລກ, ຢືນອັນດັບທີ 17 ຂອງທະວີບ ແລະຍັງຄົງແມ່ນທີມທີ່ມີອັນດັບສູງສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ແຫຼ່ງຄັດຈາກ vovworld.vn