ໃນບົດກ່າວຄຳເຫັນອັດພິທີ, ທ່ານປະທານຄະນະກຳມະການ ໂອແລັມປິກ ສາກົນ (IOC) Thomas Bach ໄດ້ຍ້ອງຍໍວຽກງານຈັດຕັ້ງ ກໍ່ຄືບັນຍາກາດໃນການແຂ່ງຂັນກິລາຢູ່ ອັກຊັງຕິນ ໃນຕະຫຼອດຊຸມວັນຜ່ານມາໄດ້ຜ່ານຜ່າທຸກຄວາມຄາດຫວັງ. ທ່ານ Bach ກໍ່ສະແດງຄວາມຂອບໃຈຕໍ່ປະຊາຊົນ Buenos Aires ຍາມໃດກໍ່ຮ່ວມເດີນທາງໄປກັບບັນດານັກກິລາ, ສະແດງອອກເຖິງຄວາມຮັກທີ່ມີຕໍ່ກິລາ.

YOG3 ດຶງດູດນັກກິລາເຂົ້າຮ່ວມກ່ວາ 4.000 ຄົນ ທີ່ມາຈາກ 206 ປະເທດ ແລະເຂດແຄ້ວນ. ນີ້້ຖືວ່າເປັນເຫດການກິລາໃຫຍ່ຂະໜາດທີ່ສຸດໃນໂລກ ທີ່ສະຫງວນໃຫ້ແກ່ໄວໜຸ່ມ, ເຕົ້າໂຮມເອົານັກກິລາດີເດັ່ນທີ່ສຸດໃນໂລກທີ່ຢູ່ໃນເກນອາຍຸແຕ່ 14 -18 ປີ. ສຳລັບຄະນະນັກກິລາຫວຽດນາມ, YOG3 ແມ່ນງານມະຫາກຳກິລາທີ່ປະສົບຜົນສຳເລັດທີ່ສຸດພາຍຫຼັງເຂົ້າຮ່ວມແຂ່ງຂັນມາສາມເທື່ອ. ມີນັກກິລາພຽງແຕ່ 13 ຄົນ ເຂົ້າຮ່ວມແຂ່ງຂັນໃນ 7 ປະເພດກິລາ, ເຊິ່ງບັນດານັກກິລາໜຸ່ມຫວຽດນາມ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ, ຢືນຢູ່ອັບດັບທີ 26 ໃນຕາຕາລາງຈັດອັນດັບ.

ແຫຼ່ງຄັກຈາກ: vovworld