Luka Modric ເປັນ​ນັກ​ເຕະ​ກຣົວຊີ​ຄົນ​ທຳ​ອິດ​ໄດ້​ລາ­ງວັນ​ນີ້ໄດ້​ຄະ­ແນນ​ໂຫວດ​ສະ­ເລ່ຍ 29,05% ອັນ​ດັບ 2 ເປັນ​ຂອງ Cristiano Ronaldo ເຈົ້າ​ຂອງ​ລາ­ງວັນ​ນີ້​ຈາກ​ປີ­ຜ່ານ­ມາ 19,08% ອັນ​ດັບ 3 Mohamed Salah ກອງ​ໜ້າ​ຊາວ​ເອ​ຢິບ​ຈາກ Liverpool 11,23%.

leftcenterrightdel
ນັກ​ເຕະ LUKA MODRIC ຄວ້າລາງວັນນັກເຕະຊາຍດີເດັ່ນໃນໂລກ. ພາບ: soccerladuma.

ຂະ­ນະ​ທີ່​ລາ­ງວັນ​ຄູ​ເຝິກ​ຊາຍ​ດີ­ເດັ່ນ​ເປັນ​ຂອງ Didier Deschamps ຄູ​ເຝິກ​ທີມ​ຊາດ​ຝຣັ່ງ ໄດ້​ແຊັມ​ໂລກ 2018 ໄດ້​ຄະ­ແນນ​ໂຫວດ 30,52% ອັນ​ດັບ 2 ເປັນ​ຂອງ Zinedine Zidane ອະ­ດີດ​ຄູ​ເຝິກ Real Madrid ໄດ້ 25,74% ອັນ​ດັບ 3 Zlatko Dalic ຄູ​ເຝິກ​ທີມ​ຊາດ​ໂຄຣ​ອາ­ຊີ ຊຸດ​ທີ 2 World Cup 2018.

ຂ່າວ: ວຽງຈັນໃໝ່