ແບນຊິກເຕະມ່ວນທີ່ສຸດເມື່ອ Hazard ຍິງຈຸດໂທດໄດ້ລູ້ກໜຶ່ງໃນນາທີທີ 3. ໂດຍແມ່ນທີມທີ່ເຄີຍຍິງປະຕູໄດ້ໃນເຄິ່ງເວລາທີ 2 ເພາະສະນັ້ນການຍິງປະຕູໄດ້ໄວຍິ່ງເຮັດໃຫ້ ແບນຊິກ ແຕະບານໄດ້ງ່າຍກວ່າ.

ການຍິງປະຕູ Lukaku ໃນນາທີທີ 16 ແລະ 45+2 ພ້ອມກັບ Hazard (ໃນນາທີ ທີ 51) ຫຼັງຈາກນັ້ນແມ່ນຜົນຂອງການສູ້ໄວ. ພຽງແຕ່ສົ່ງບານໜຶ່ງ ຫຼື ສອງເທື່ອເທົ່ານັ້ນ, ນັກເຕະ ແບນຊິກ ກໍ່ສາມາດສຳຜັດກັບປະຕູຂອງ ຕູນິເຊຍ ໄດ້.

leftcenterrightdel
ກອງໜ້າ Lukaku ຂອງ ແບນຊິກ ພຽງແຕ່ເສຍເວລາ 45 ນາທີກໍ່ສາມາດຍິງປະຕູໄດ້ສອງລູກ. ພາບ: AP.

ຕູນິເຊຍ ກໍ່ຍິງປະຕູໄດ້ສອງລູກໃນນາທີທີ 18 ແລະ 90+2. ນອກຈາກ Lukaku, Hazard ແລ້ວ ແບນຊິກ ຍັງມີ Batshuayi ອີກ ແລະການຍິງປະຕູຂອງນັກເຕະນີ້ໃນນາທີທີ 87 ນັ້ນໄດ້ສະແດງໃຫ້ເຫັນວ່າທີມ ແບນຊິກ ປີນີ້ມີນັກເຕະດີເດັ່ນຫຼາຍຄົນ.

ການຊະນະ ຕູນິເຊຍ 5 ປະຕູຕໍ່ 2 ຍິ່ງເຮັດໃຫ້ ແບນຊິກ ມີຄວາມໝັ້ນໃຈກວ່າ ເພື່ອກຽມພ້ອມໃຫ້ແກ່ການແຂ່ງຂັນໃນຕໍ່ໜ້າ.

ແປໂດຍ: ເກື່ອງດັ້ງ