ພິທີໄຂໄດ້ຮັບການຖ່າຍທອດສົດທາງໂທລະພາບກວ່າ 200 ປະເທດ ແລະເຂດແຄ້ວນ, ດ້ວຍຈຳນວນຜູ້ຊົມຄາດຄະເນວ່າຈະຂຶ້ນເຖິງ 3,6 ຕື້ເທື່ອຄົນ.

ພິທີໄຂ ໄດ້ເປີດຂຶ້ນ ເມື່ອຂັນຄໍາຖືກນໍາມາສະໜາມກິລາ Luzhniki ໂດຍອະດີດຫົວໜ້າທີມ  ແອັດສະປາຍ Iker Casillas ແລະນາງແບບ Natalia Vodianova. ຕໍ່ຈາກນັ້ນແມ່ນການປະກົດຕົວຂອງນັກບານເຕະ Ronaldo (ທີມ ບຣາຊີນ).

ບັນດາລາຍການດົນຕີໄດ້ເປີດສາກດ້ວຍການຮ້ອງເພງຂອງນັກຮ້ອງ Robbie Williams ແລະນັກຮ້ອງ Aida Garifullina. ຜູ້ຊົມກວ່າ 80 ພັນຄົນຢູ່ສະໜາມກິລາ Luzhniki ດ້ວຍສີສັນຫຼາກຫຼາຍ, ພ້ອມກັນມ່ວນຊື່ນສະໜຸກສະໜານກັບບັນດາລາຍການສະແດງທີ່ຟົດຟື້ນ.

“Live It Up”  ແມ່ນບົດເພງທາງການຂອງ World Cup 2018  ເຊິ່ງໄດ້ຂັບຮ້ອງເປັນສອງພາສາ ອັງກິດ ແລະ ແອັດສະປາຍ, ດ້ວຍການສະແດງຂອງນັກຮ້ອງ 3 ຄົນ ແມ່ນ Will Smith, Nicky Jam  ແລະ Era Istrefi.

ພິທີໄຂໄດ້ສິ້ນສຸດດ້ວຍບົດກ່າວປາໄສຄໍ່ານັບຮັບຕ້ອນຂອງທ່ານປະທານາທິບໍດີລັດເຊຍ V.Putin ແລະທ່ານປະທານ FIFA Gianni Infantino.

leftcenterrightdel
ອະດີດຫົວໜ້າທີມ  ແອັດສະປາຍ Iker Casillas ແລະນາງແບບ Natalia Vodianova ນໍາຂັນຄໍາໂລກອອກສູ່ສະໜາມກິລາ. ພາບ: Getty.
leftcenterrightdel
ນັກຮ້ອງ Robbie Williams  ແລະນັກຮ້ອງ Aida Garifullina ດ້ວຍບັນດາບົດເພງທີ່ຟົດຟື້ນ. ພາບ: Getty.
leftcenterrightdel
 
leftcenterrightdel
ພິທີໄຂດ້ວຍການເຂົ້າຮ່ວມຂອງນັກສະແດງເກືອບ 500 ຄົນ. ພາບ: Reuters.
leftcenterrightdel
ອະດີດນັກບານເຕະ Ronaldo (ທີມ ບຣາຊີນ) ແມ່ນໜຶ່ງໃນບັນດານັກສະແດງຕົ້ນຕໍຂອງພິທີໄຂ. ພາບ: Getty.
leftcenterrightdel
 
leftcenterrightdel
 
leftcenterrightdel
ກ່ອນທີ່ຈະດໍາເນີນພິທີໄຂ, ຢູ່ນອກສະໜາມກິລາ Luzhniki ມີຜູ້ຊົມຂອງບັນດາທີມເຂົ້າຮ່ວມ World Cup ນັບພັນຄົນດ້ວຍຄວາມຟົດຟື້ນມ່ວນຊືື່ນ.  ພາບ: EPA.

 

ແປໂດຍ: ທູຈາງ