ຮອບ​ຊີງ​ຊະ​ນະ​ເລີດ​​ຈະດໍາເນີນແຕ່ວັນທີ 22 ກໍລະກົດຮອດວັນທີ 4 ສິງຫາ ຢູ່ແຂວງ ທ໋າຍບິ່ງ, ດ້ວຍການເຂົ້າຮ່ວມຂອງ 15 ທີມທີ່ຜ່ານຮອບຄັດເລືອກ ແລະທີມເຈົ້າພາບແຂວງ ທ໋າຍບິ່ງ.

leftcenterrightdel
ການແຂ່ງຂັນບານເຕະເຍົາວະຊົນທົ່ວປະເທດແມ່ນສະໜາມຫຼີ້ນທີ່ໜ້າຈັບໃຈ, ມີຄຸນປະໂຫຍດໃຫ້ແກ່ບັນດານັກກິລາເຍົາວະຊົນ. ພາບ: ຢາງແທງ.

ໃນການແຂ່ງຂັນປີນີ້, ຄະນະຈັດຕັ້ງຈະເຊີດຊູລັກສະນະນິຕິກໍາ, ຜູກມັດຄວາມຮັບຜິດຊອບຂອງບັນດາທ້ອງຖິ່ນເມື່ອສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ ເພື່ອຫຼີກລ້ຽງສະພາບສໍ້ໂກງອາຍຸນັກກິລາ. ນອກຈາກນັ້ນ, ຄະນະຈັດຕັ້ງກໍ່ຈະປະຕິບັດກົນໄກຕິດຕາມກວດກາຢ່າງແໜ້ນແຟ້ນ, ມີການເຂົ້າຮ່ວມຂອງອົງການຕຸລາການ, ຕໍາຫຼວດກວດກາກ່ຽວກັບເອກະສານ. ຄະນະຈັດຕັ້ງຈະເດັດດ່ຽວຄັດເອົາບັນດານັກກິລາສໍ້ໂກງອາຍຸອອກ ແລະປັບໄໝທີມບານເຕະທີ່ຕັ້ງໃຈນໍາໃຊ້ນັກກິລາກາຍອາຍຸທີ່ໄດ້ກໍານົດໄວ້ຢ່າງໜັກ.

 

ແປໂດຍ: ເກື່ອງດັ້ງ