ເຖິງວ່າບໍ່ໄດ້ຮັບການຕີລາຄາສູງແຕ່ວ່າ ແຄງລິງ ບັນລຸໄດ້ 7,5 ຄະແນນ (ຊະນະ 7, ສະເໝີ 1), ຫຼາຍກວ່ານັກຫຼິ້ນກິລາໝາກເສິກຜູ້ທີສອງ Rajanya Datta (ອິນເດຍ) ແມ່ນ 1,5 ຄະແນນ.  ໃນເກນອາຍຸ U.16 ຊາຍ, ນັກຫຼິ້ນກິລາໝາກເສິກ ຫງວຽນແອງຄອຍ ຍາດໄດ້ຫຼຽນຄໍາຢູ່ປະເພດໝາກເສິກໄວ. ປະເພດໝາກເສິກໄວເກນອາຍຸ U.16 ຍິງ ແລະ U.18 ຍິງ, ຄວ້າໄດ້ຫຼຽນຄໍາຕາມລຳດັບແມ່ນຂອງ ແບກງອັກທຸຍເຢືອງ ແລະຫງວຽນຮົ່ງແອງ.

leftcenterrightdel
ແຄງລິງ (ຊ້າຍ) ຍາດໄດ້ຫຼຽນຄໍາໄວກວ່າໜຶ່ງແຊັກແຂ່ງຂັນ. ພາບ: ແອງຖື.

ກ່ອນໜ້ານັ້ນສອງສາມມື້, ນັກຫຼິ້ນກິລາໝາກເສິກ ເຈິ່ນມິງຖັງ ຍາດໄດ້ຫຼຽນຄໍາປະເພດໝາກເສິກໄວໃນເກນອາຍຸ U.18 ຊາຍ. ສະເພາະຢູ່ໃນປະເພດໝາກເສິກໄວມາດຕະຖານ, ໝາກເສິກ ຫວຽດນາມ ສ້າງຄວາມຫວັງໄວ້ນຳ ຫງວຽນເລເກີມຮ່ຽນ ນັກຫຼິ້ນກິລາໝາກເສິກນ້ຳເບີໜຶ່ງຫວຽດນາມ.

leftcenterrightdel
ທຸຍເຢືອງແມ່ນນັກກິລາຫຼິ້ນໝາກເສິກຫວຽດນາມ ຍາດໄດ້ສອງຫຼຽນຄໍາປະເພດສ່ວນຕົວ. ພາບ: ມິງເຈົາ.

ງານແຂ່ງຂັນຊີງແຊມໝາກເສິກໜຸ່ມອາຊີປີ 2018 ໄດ້ດໍາເນີນນັບແຕ່ວັນທີ 1 ຈົນເຖິງວັນທີ 10 ເມສາ ຢູ່ປະເທດ ໄທ, ເຂົ້າຮ່ວມມີນັກຫຼິ້ນກິລາໝາກເສິກເກືອບ 600 ຄົນທີ່ມາຈາກ 26 ປະເທດ ແລະເຂດແຄ້ວນ. ທີມໝາກເສິກ ຫວຽດນາມ ມີນັກຫຼິ້ນກິລາເຂົ້າຮ່ວມທັງໝົດ 82 ຄົນ.

 

ແປໂດຍ: ເກື່ອງດັ້ງ