leftcenterrightdel
ງານມະຫາກໍາກິລາແຂວງ ກວາງນິງ ຄັ້ງທີ VIII ປີ 2018 ດ້ວຍຫົວຂໍ້ “ກິລາກາຍຍະກໍາແຂວງ ກວາງນິງ-ຍົກສູງສຸຂະພາບສ້າງແຫຼ່ງຊັບພະຍາກອນມະນຸດ”. ພາບ: qtv.vn.

ນັກກິລາກ່ວາ 1.000 ຄົນທີ່ມາຈາກ 14 ຄະນະໄດ້ເຂົ້າຮ່ວມງານມະຫາກໍາກິລາ. ບັນດານັກກິລາຈະແຂ່ງຂັນກິລາຢູ່ 17 ປະເພດ. ກ່ອນໜ້ານັ້ນ, ແຕ່ເດືອນ ມີນາ, ໃນຂອບເຂດຂອງງານມະຫາກໍາກິລາ, ບາງລາຍການໄດ້ດໍາເນີນແຂ່ງຂັນ. ຄະນະຈັດຕັ້ງໄດ້ມອບຫຼຽນ 159 ຊຸດໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນ. ປັດຈຸບັນ, ຢືນອັນດັບທີໜຶ່ງແມ່ນຄະນະ ນະຄອນ ເກີ໊ມຝາ ດ້ວຍຫຼຽນຄໍາ 32 ຫຼຽນ. ງານມະຫາກໍາກິລາຈະອັດລົງໃນວັນທີ 11 ເມສາ.

 

ແປໂດຍ: ທູຈາງ