ມີການນໍາຈາກບັນດາພະແນກ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ, ກຳມະກອນຜູ້ອອກແຮງງານ, ສະມາຊິກຊາວໜຸ່ມ ແລະປະຊາຊົນນະຄອນ ວີງລອງ ກວ່າ 2.000 ຄົນເຂົ້າຮ່ວມການແລ່ນ.

leftcenterrightdel
ທ່ານ ລືກວາງເຫງີຍ ຮອງປະທານຄະນະກໍາມະການປະຊາຊົນແຂວງ ວີງລອງ ປຸກລະດົມວັນແລ່ນ Olympic ເພື່ອສຸຂະພາບທົ່ວປວງຊົນ. ພາບ: ເຢືອງທູ.

ກ່າວຄໍາເຫັນທີ່ພິທີປຸກລະດົມ, ທ່ານ ລືກວາງເຫງີຍ ຮອງປະທານຄະນະກໍາມະການປະຊາຊົນແຂວງ ວີງລອງ ໃຫ້ຮູ້ວ່າ: ວັນແລ່ນ Olympic ເພື່ອສຸຂະພາບທີ່ແຂງແຮງທົ່ວປວງຊົນ ເຊິ່ງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ປຸກລະດົມໃນທົ່ວປະເທດເພື່ອຂໍ່ານັບຮັບຕ້ອນວັນກິລາຫວຽດນາມ 27 ມີນາ. ການເຄື່ອນໄຫວນີ້ໄດ້ກາຍເປັນການເຄື່ອນໄຫວກິລາເປັນປະຈໍາໄດ້ດຶງດູດປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມ.

leftcenterrightdel
ບັນດານັກກິລາເຂົ້າຮ່ວມແລ່ນໃນວັນແລ່ນ Olympic. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ຢູ່ບັນດາທ້ອງຖິ່ນໃນບໍລິເວນແຂວງ ວີງລອງ ກໍ່ໄດ້ຈັດຕັ້ງວັນແລ່ນ Olympic ສົມທົບກັບບັນດາການເຄື່ອນໄຫວກິລາປະເພດຕ່າງໆ ເພື່ອແນໃສ່ດຶງດູດປະຊາຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ, ຊຸກຍູ້ຂະບວນການຝຶກຝົນຫຼໍ່ຫຼອມກິລາກາຍຍະກໍາຢູ່ຮາກຖານໃຫ້ນັບມື້ນັບໄດ້ຮັບການພັດທະນາ.

 

ແປໂດຍ: ດັ້ງເກື່ອງ