ກ່ອນນີ້ 10 ປີ, ແຟນບານຫວຽດນາມ ຮູ້ສຶກເບີກບານມ່ວນຊື່ນທີ່ສຸດເມື່ອທີມຊາດຫວຽດນາມ ຊີງແຊ໋ມ AFF Cup ປີ 2008. ຕອນບ່າຍວັນທີ 23 ມັງກອນ, ອີກເທື່ອໜຶ່ງທີມຊາດ U.23 ຂອງພວກເຮົາໄດ້ນໍາເອົາຄວາມເບີກບານມ່ວນຊື່ນອັນລົ້ນເຫຼືອໃຫ້ທົ່ວປະເທດ. ໄຊຊະນະຂອງທີມຊາດ U.23 ຫວຽດນາມ ໄດ້ສະແດງໃຫ້ເຫັນຈິດໃຈອັນອົງອາດກ້າຫານ, ຄຸນນະທາດ ແລະຫົວຄິດປະດິດສ້າງ.

ທີມຊາດ U.23 ຂອງຄູຝຶກ Park Hang-seo ກ້າວເຂົ້າສູ່ຮອບຊີງຊະນະເລີດດ້ວຍຄວາມອົງອາດທີ່ເຕັມໄປດ້ວຍຄຸນນະທາດ. ທີມຊາດ U.23 ຫວຽດນາມ ໄດ້ສ້າງຄວາມຕົກສະເງີ້ ແລະຈັບອົກຈັບໃຈໃຫ້ທົ່ວອາຊີ.

ການແຂ່ງຂັນບານເຕະຮອບຮອງຊະນະເລີດກັບທີມຊາດ U.23 ກາຕາ ເປັນການແຂ່ງຂັນດີທີ່ສຸດຂອງທີມຊາດ U.23 ຫວຽດ ນາມ?

ເຖິງວ່າແຂ່ງຂັນຢູ່ ສປ ຈີນ ກໍ່ຕາມ, ແຕ່ແຟນບານນັບຫຼາຍລ້ານຄົນ ໄດ້ສະໜັບສະໜູນ ແລະປຸກລະດົມກໍາລັງໃຈນັກເຕະບານ ກວາງຫາຍ, ຊວນເຈື່ອງ, ຕ໋ຽນຢຸງ, ດຶກຈິງ ຢ່າງສຸດຈິດສຸດໃຈ... ທັງທະວີບໄດ້ແບ່ງປັນຄວາມເບີກບານມ່ວນຊື່ນພ້ອມກັບໄຊຊະນະທີ່ເຕັມໄປດ້ວຍຄວາມສະເທືອນໃຈຂອງທີມຊາດ U.23 ຫວຽດນາມ ແລະຄູຝຶກ Park Hang-seo.

leftcenterrightdel
ຄວາມເບີກບານມ່ວນຊື່ນຕໍ່ໄຊຊະນະຂອງທີມຊາດ U.23 ຫວຽດນາມ. ພາບ: AFC

ການແຂ່ງຂັນທີ່ເຄັ່ງຕຶງເປັນເວລາ 120 ນາທີກັບທີມຊາດ U.23 ກາຕາ, ແຕ່ທີມຊາດ U.23 ຫວຽດນາມ ໄດ້ຮັບຊະນະຢ່າງຖືກຕ້ອງຕາມຈຸດເວລາ. ເມື່ອນັກເຕະບານ ກວາງຫາຍ ຍິງເຂົ້າປະຕູຄູ່ແຂງດ້ວຍຄວາມສະເໝີກັນແມ່ນ  2-2, ສິ່ງດັ່ງກ່າວສະແດງໃຫ້ເຫັນລະດັບຄວາມສາມາດ ແລະຄວາມເຊື່ອໝັ້ນຕົນເອງຕໍ່ບັນດາກໍລະນີທີ່ເກີດຂຶ້ນໃນການແຂ່ງຂັນ.

ເມື່ອເຕື້ອງເຖິງນັກເຕະບານ ກວາງຫາຍ, ແມ່ນຕ້ອງຮູ້ບຸນຄຸນຂອງບັນດານັກແຕະບານໃນທີມຄື: ຊວນເຈື່ອງ, ຊວນແມ້ງ, ດຶກຮຸຍ, ດິ່ງຈ້ອງ... ເຂົາເຈົ້າແມ່ນບັນດານັກເຕະບານທີ່ມີຄວາມອົງອາດກະຫານ. 

ທີມຊາດ U.23 ຂອງຫວຽດນາມ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ພວກເຮົາ ນັ້ນແມ່ນໃນການດໍາລົງຊີວິດທີ່ຍັງປະສົບກັບຄວາມ  ຫຍຸ້ງຍາກຫຼາຍຢ່າງນີ້, ສິ່ງທີ່ດີເລີດກໍ່ຍັງສາມາດປະກົດຂຶ້ນ. ການແຂ່ງຂັນຂອງທີມຊາດ U.23 ຫວຽດນາມ ແລະຄູຝຶກ Park Hang-seo ໃນຮອບຊີງຊະນະເລີດ U.23  ອາຊີ ປີ 2018 ແມ່ນສວຍງາມປຽບເໝືອນເລື່ອງນິທານ.

ພາຍຫຼັງ 10 ປີ ແລ້ວ, ແຟນບານຫວຽດນາມ ຈຶ່ງໄດ້ດໍາລົງຊີວິດໃນບັນຍາກາດທີ່ກະຕຶລືລົ້ນຄືດັ່ງກ່າວ. ທີມຊາດ U.23 ຫວຽດນາມ ແລະຄູຝຶກ Park Hang-seo ພວມສ້າງຂຶ້ນປະຫວັດສາດໃຫ້ບານເຕະຫວຽດນາມ.

ຄວາມເອກອ້າງທະນົງໃຈ ຫວຽດນາມ!

ອີກເທື່ອໜຶ່ງ, ເພງຊາດຫວຽດນາມ  ຈະໄດ້ບັນເລັງໃນຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມ 90 ລ້ານຄົນຢູ່ການແຂ່ງຂັນຮອບຊີງຊະນະເລີດ.

ອີກເທື່ອໜຶ່ງ, ຂໍຂອບໃຈທີມຊາດ U.23 ຫວຽດນາມ. ດ້ວຍທ່າໄຊນະນະນີ້, ພວກເຮົາສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຜົນງານມະຫັດສະຈັນຂອງ U.23 ຫວຽດນາມ ໃນການແຂ່ງຂັນນັດສຸດທ້າຍ.

ແປໂດຍ: ທູຈາງ