leftcenterrightdel
          ທີມ U.23 ຫວຽດນາມ ຍາດໄດ້ໄຊຊະນະໃນປະຫວັດສາດ. ພາບ: tienphong.vn

ເນື້ອໃນຈົດໝາຍທີ່ຂຽນວ່າ: ມື້ນີ້, ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດທີ່ໄດ້ຮັບຂ່າວດີຈາກຮອບຊີງຊະນະເລີດການແຂ່ງຂັນບານເຕະ U.23 ອາຊີ, ທີມ U.23 ຫວຽດນາມ ຂອງພວກເຮົາໄດ້ແຂ່ງຂັນເປັນຢ່າງດີໃນທັງສາມນັດ ແລະຜ່ານຮອບແຂ່ງຂັນແບ່ງກຸ່ມ, ເປັນຄັ້ງທຳອິດໄດ້ລອດເຂົ້າຮອບຮອງຊະນະເລີດຂອງງານແຂ່ງຂັນນີ້, ນໍາມາເຊິ່ງຄວາມເອກອ້າງທະນົງໃຈໃຫ້ແກ່ປະເທດຊາດ, ໃຫ້ແກ່ຜູ້ນິຍົມທົ່ວປະເທດ, ສະແດງໃຫ້ເຫັນມານະຈິດ ແລະເຈດຈໍານົງບືນຕົວຂຶ້ນຢ່າງແຮງຂອງຮຸ່ນໜຸ່ມຫວຽດນາມ.

ຕາງໜ້າລັດຖະບານ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນ ແລະຄຳຊົມເຊີຍມາຍັງທີມບານເຕະ U.23 ຫວຽດນາມທັງໝົດ, ພິເສດແມ່ນຄູຝຶກເຊື້ອຊາດ ສ.ເກົາຫຼີ Park Hang-seo. ຂ້າພະເຈົ້າຫວັງວ່າ ທົ່ວຄະນະເຮົາສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ຍົກສູງຈິດໃຈສາມັກຄີ, ມີລະບຽບວິໄນ, ມີຄວາມມານະພະຍາຍາມຝຶກແອບ, ຕັດສິນໃຈແຂ່ງຂັນຍາດໄດ້ຫຼາຍຜົນງານຕື່ມອີກ, ເພື່ອກຽດສັກສີຂອງຫວຽດນາມ.

ອວຍພອນໃຫ້ທົ່ວຄະນະຈົ່ງມີສຸຂະພາບແຂງແຮງ ແລະປະສົບຜົນສໍາເລັດ.

 

ແປໂດຍ: ຫງວຽນກຸກ