ເຂົ້າຮ່ວມມີທ່ານ ຫວູດຶກດາມ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ; ທ່ານ ຫງວຽນຫງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຈຸງແທ່ງ

ການໂອ້ລົມສົນທະນາກ່ຽວກັບ “ການພັດທະນາບານເຕະຫວຽດນາມ” ໄດ້ຈັດຕັ້ງເພື່ອແນໃສ່ຕອບບັນດາບັນຫາເຄັ່ງຮ້ອນເຊິ່ງຫາງສຽງມີຄວາມສົນໃຈ. ການໂອ້ລົມສົນທະນາກ່ຽວຂ້ອງເຖິງບັນດາບັນຫາກ່ຽວກັບວຽກງານບໍາລຸງສ້າງບານເຕະໜຸ່ມ, ຂະບວນ ການບານເຕະ, ບານເຕະໂຮງຮຽນ, ຜົນງານຂອງບັນດາທີມບານເຕະຫວຽດນາມ...

ການໂອ້ລົມສົນທະນາໄດ້ສະຫງວນເວລາເພື່ອເຮັດແຈ້ງເລື່ອງຄະນະລະບຽບວິໄນ VFF ມີບັນດາການປັບໃໝຍັງບໍ່ທັນເຂັ້ມງວດ, ຍັງບໍ່ທັນຖືກກັບໂທດ, ຖືກກັບຄົນເທື່ອ, ເຮັດໃຫ້ເກີດສະພາບການໃຊ້ຄວາມຮຸນແຮງຢູ່ເດີ່ນເຕະບານນັບມື້ນັບເພີ່ມຂຶ້ນ. ນັກຊ່ຽວຊານບາງທ່ານຖືວ່າ, VFF  ຂາດລັກສະນະບານເຕະ, ຕ້ອງເພີ່ມເຕີມ, ຄັດຈ້ອນ; ກົງຈັກການຈັດຕັ້ງ VFF ກໍາລັງຜິດກັບລະບົບ, ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການພັດທະນາ...

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ກ່າວຄໍາເຫັນສະຫຼຸບທີ່ການໂອ້ລົມສົນທະນາ. ພາບ: ຈຸງແທ່ງ

ສະຫຼຸບທີ່ການໂອ້ລົມສົນທະນາ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ການນໍາຂະແໜງກິລາບໍ່ຄວນອ້າງອີງເຫດຜົນເພື່ອແກ້ຕົວໃຫ້ແກ່ຈຸດອ່ອນດ້ອຍຂອງບານເຕະຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ພ້ອມກັບກະຊວງສຶກສາ ແລະກໍ່ສ້າງ ທົບທວນຄືນບັນດາບັນຫາທີ່ເຮັດໃຫ້ບານເຕະໂຮງຮຽນ ຍັງບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການເທື່ອ; ຂະແໜງກິລາຕ້ອງເຮັດແຈ້ງ ແລະມີບັນດາມາດຕະການຊ່ວຍຂະບວນການບານເຕະໃຫ້ພັດທະນາ.

 

ແປໂດຍ: ຮວ່າງເຈື່ອງ