leftcenterrightdel
 ພິທີອັດງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019. ພາບ: vov.vn.

ງານບຸນດຳເນີນແຕ່ວັນທີ 9 – 16 ມີນາ, ໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ແຂວງດັກລັກ ປະມານ 50.000 ເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 6000 ຄົນ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນຕ໊ວນຮ່າ, ຮອງປະທານຄະນະກຳມະການປະຊາຊົນແຂວງດັກລັກ, ຫົວໜ້າຄະນະຈັດຕັ້ງງານບຸນຕີລາຄາວ່າ: ຜົນສຳເລັດຂອງງານບຸນແມ່ນແຫຼ່ງກຳລັງໜູນຢ່າງແຮງສືບຕໍ່ເຊີດຊູຜະລິດຕະພັນກາເຟຫວຽດນາມ. ພິເສດແມ່ນເຄື່ອງໝາຍການຄ້າ ແລະທີ່ຕັ້ງພູມສາດ ກາເຟ ບວນມາທວດ ບົນເວທີສາກົນ; ໂຄສະນາການພັດທະນາກາເຟເປັນອາຫານພິເສດ, ດ້ວຍຄວາມຄາດຫວັງນຳ ບວນມາທວດ ກາຍເປັນຈຸດນັດພົບຂອງ ກາເຟໂລກ.

ແຫຼ່ງຄັດຈາກ: vovworld.vn