ກ່າວຄໍາເຫັນທີ່ພິທີ, ທ່ານ ເຈືອງຮວ່າບິ່ງ ຮັບຮູ້, ຕີລາຄາສູງຜົນງານໃນການພັດທະນາຂະແໜງສິນຄ້າກາເຟ ຂອງແຂວງດັກລັກ ໃນຫຼາຍປີຜ່ານມາໄດ້ປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງ, ເປັນການຢັ້ງຢືນເຄື່ອງໝາຍການຄ້າກາເຟຂອງຫວຽດນາມ ໃນຕະຫຼາດໂລກ. ທ່ານ ເຈືອງຮວ່າບິ່ງ ກໍ່ຍ້ອງຍໍຊົມເຊີຍແຂວງດັກລັກ ມີຄວາມມານະພະຍາຍາມຫຼາຍຢ່າງໃນການຈັດຕັ້ງງານບຸນກາເຟບວນມາທວດ ຄັ້ງທີ 7 ດ້ວຍບັນດາເນື້ອໃນໃໝ່, ແທດຈິງຫຼາຍຢ່າງ. 

leftcenterrightdel
ລາຍການສະແດງສິລະປະ ທີ່ພິທີໄຂງານບຸນກາເຟບວນມາທວດ ຄັ້ງທີ 7 ປີ 2019. ພາບ: qdnd.vn.
leftcenterrightdel
 

ທ່ານ ເຈືອງຮວ່າບິ່ງ ສະເໜີແຂວງດັກລັກ ແລະບັນດາແຂວງທີ່ຜະລິດກາເຟຂະໜາດໃຫຍ່ ຄວນກວດກາຄືນການວາງແຜນ, ຈັດຕັ້ງການຜະລິດຕາມທິດແບບຍືນຍົງ, ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ; ຍາມໃດກໍ່ຖືເປັນສໍາຄັນການຫຼຸດລາຄາ, ຍົກສູງຄຸນນະພາບຂອງຜະລິດຕະພັນ, ຍົກສູງລາຍຮັບໃຫ້ແກ່ຜູ້ຜະລິດກາເຟໂດຍກົງ, ເປີດກວ້າງຕະຫຼາດຈຳໜ່າຍຢູ່ພາຍໃນປະເທດ ແລະໃນໂລກ. ທ່ານ ເຈືອງຮວ່າບິ່ງ ສະເໜີບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະສະມາຄົມກາເຟ-ກາກາວຫວຽດນາມ ສືບຕໍ່ໜູນຊ່ວຍບັນດາແຂວງໃນເຂດປູກຝັງກາເຟກ່ຽວກັບກົນໄກ, ນະໂຍບາຍ, ການກໍານົດທິດໃນການພັດທະນາ, ຍົກສູງມູນຄ່າເພີ່ມຂອງກາເຟຂຶ້ນເທື່ອລະກ້າວ.

ໂດຍ: ທູຈາງ